ການສົ່ງອອກສັດລ້ຽງຈາກອົດສະຕາລີມາຫວຽດນາມເພີ່ມຂຶ້ນສູງ

ການສົ່ງອອກສັດລ້ຽງຈາກອົດສະຕາລີມາຫວຽດນາມເພີ່ມຂຶ້ນສູງ - ảnh 1
ງົວຈາກ ອົດສະຕາລີ ສົ່ງເຖິງ ຫວຽດນາມ ເພີ່ມຂຶ້ນສູງ
(ພາບ: Radio Australia)

(vovworld) – ຕາມ​ການ​ຕີ​ລາຄາ​ຂອງ​ສະຫະ​ສະມາຄົມ​ຊີ້ນ ​ແລະ ສັດລ້ຽງ​ ອົດ​ສະ​ຕາ​ລີ (MLA) ​ແລ້ວ, ນັບ​ແຕ່​ປີ​ການ​ເງິນ 2011 – 2012, ການ​ສົ່ງ​ອອກ​ສັດລ້ຽງ​ຈາກ ອົດ​ສະ​ຕາ​ລີ ມາ ຫວຽດນາມ ​ໄດ້​ເພີ່ມ​ຂຶ້ນ​ເກືອບ 9.000%. ຕົວ​ເລກ​ຫຼ້າ​ສຸດ​ຂອງ MLA ສະ​ແດງ​ໃຫ້​ເຫັນ​ວ່າ: ພຽງ​ໃນ 3 ປີ, ຈຳນວນ​ສັດລ້ຽງ​ສົ່ງ​ອອກ​ຈາກ ອົດ​ສະ​ຕາ​ລີ ມາ ຫວຽດນາມ ​ໄດ້​ເພີ່ມ​ຂຶ້ນ​ຈາກ 1.500 ​ໂຕ​ເຖິງ 131.000 ​ໂຕ. ຕາມ​ຜູ້ອຳ​ນວຍ​ການ​ຝ່າຍບໍລິຫານ​​ສະຫະ​ສະມາຄົມ​ສົ່ງ​ອອກ​ສັດລ້ຽງ​ເຂດ​ພາກ​ເໜືອ​ ອົດ​ສະ​ຕາ​ລີ ທ່ານ Ben Hindle ​ແລ້ວ, ສະ​ເພາະ​ຢູ່ Darwin, ໄດ້​ສົ່ງສັດລ້ຽງ 49.000 ​ໂຕ​​ເຖິງ ຫວຽດນາມ, ​ເພີ່​ມຂຶ້ນ 200% ​ເມື່ອ​ທຽບ​ໃສ່​ປີກ່ອນ. ການ​ເຕີບ​ໂຕ​ປະ​ທັບ​ໃຈ​ນັ້ນ​ຊ່ວຍ​ໃຫ້ ອົດ​ສະ​ຕາ​ລີ ຫັນ​ຕະຫຼາດ​ສົ່ງ​ອອກ​ສັດລ້ຽງ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ​ໃນ​ວິວັດ​ການ​ຊອກ​ຫາ​ສົ້ນ​ອອກ​ໃຫ້​ແກ່​ປະ​ເພດ​ສິນຄ້າ​ນີ້. ​ໃນ​ແຜນການ​ປະຈຳ​ປີ, ​ໄດ້​ຮັບ​ການ​ປະກາດ​ເມື່ອ​ເດືອນ 1/2014, MLA ຄາ​ດວ່າ ຫວຽດນາມ ສືບ​ຕໍ່​ແມ່ນ​ຈຸດ​ນັດ​ພົບ​ຂອງ​ບັນດາ​ຜູ້​ສົ່ງ​ອອກ ອົດ​ສະ​ຕາ​ລີ.

 


ຂ່າວ/ບົດ​ອື່ນ