ການສົ່ງອອກສິນຄ້າຂອງຫວຽດນາມບັນລຸລະດັບ400ຕື້USD

(VOVWORLD) -ຕອນບ່າຍວັນທີ 19 ທັນວາ ຢູ່ ຮ່າໂນ້ຍ, ກະຊວງການເງິນ ໄດ້ຈັດຕັ້ງພິທີຮັບຮູ້ການສົ່ງອອກນຳເຂົ້າສິນຄ້າຂອງຫວຽດນາມ ບັນລຸລະດັບ 400 ຕື້ USD ໃນ 11 ເດືອນປີ 2017.
ການສົ່ງອອກສິນຄ້າຂອງຫວຽດນາມບັນລຸລະດັບ400ຕື້USD - ảnh 1ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ກ່າວຄຳເຫັນທີ່ພິທີຮັບຮູ້ສິນຄ້າສົ່ງອອກນຳເຂົ້າຂອງຫວຽດນາມບັນລຸລະດັບ 400ຕື້USD 

ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໃຫ້ຮູ້ວ່າ:  ພາຍຫລັງ 10 ປີ, ຍອດວົງເງິນສົ່ງອອກນຳເຂົ້າສິນຄ້າຂອງຫວຽດນາມ ໄດ້ເພີ່ມຂຶ້ນທົບ 4 ເທົ່າ. ລະອຽດຄື: ໄລ່ຮອດກາງເດືອນ ທັນວາ ປີ 2017, ຍອດວົງເງິນສົ່ງອອກນຳເຂົ້າສິນຄ້າຂອງຫວຽດນາມ ບັນລຸລະດັບ 400 ຕື້ USD.

ທ່ານຮອງນາຍົກລັດຖະມົນຕີເວືອງດີງເຫ້ວ ຖືວ່າ: ຂີດໝາຍການນຳເຂົ້າສົ່ງອອກສິນຄ້າຂອງຫວຽດນາມ ບັນລຸລະດັບ 400 ຕື້ USD ໄດ້ຢັ້ງຢືນໃຫ້ເຫັນແຜນນະໂຍບາຍຂອງພັກ, ລັດ ແມ່ນຖືການສົ່ງອອກແມ່ນຫນຶ່ງໃນບັນດາກຳລັງຫນູນສຳຄັນຂອງການເຕີບໂຕເສດຖະກິດ.

        “ໄລຍະຈະມາເຖິງ, ກະຊວງການເງິນ,ກົມໃຫຍ່ພາສີ ມີຄວາມຕັ້ງຫນ້າກວ່າໃນການປະຕິຮູບລະບຽບການບໍລິຫານ ແລະ ຫັນລະບຽບການພາສີເປັນທັນສະໄຫມ ຕາມຍຸດທະສາດພັດທະນາຂະແຫນງພາສີຮອດປີ 2020 ຊື່ງທ່ານນາຍົກລັດຖະມົນຕີໄດ້ອະນຸມັດ. ຍົກສູງປະສິດທິຜົນການເຄື່ອນໄຫວຂອງພາສີເອເລັກໂຕນິກ ການຊຳລະເອເລັກໂຕນິກ, ປະຕິບັດການສະຫນອງບໍລິການຂອງລັດອອນລາຍ, ເພີ່ມທະວີການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ອຸປະກອນຢ່າງຄົບຊຸດ ສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວນຳເຂົ້າສົ່ງອອກ, ການເຂົ້າເມືອງໃຫ້ແກ່ບັນດາວິສາຫະກິດ.”

        

ຕອບກັບ

ຂ່າວ/ບົດ​ອື່ນ