ການສົ່ງອອກສິນຄ້າຂອງຫວຽດນາມໄປຍັງບັນດາຕະຫຼາດໄດ້ເພີ່ມຂຶ້ນຢ່າງແຮງ

(VOVWORLD) -ໃນໄລຍະ 5 ເດືອນຜ່ານມາ, ຫວຽດນາມ ໄດ້ສົ່ງອອກຫຼັກກ້າເກືອບ 5 ລ້ານໂຕນ ບັນລຸມູນຄ່າ 3,557 ຕື້ USD
ການສົ່ງອອກສິນຄ້າຂອງຫວຽດນາມໄປຍັງບັນດາຕະຫຼາດໄດ້ເພີ່ມຂຶ້ນຢ່າງແຮງ - ảnh 1(ພາບປະກອບ: baophapluat.vn)

ຕາມຕົວເລກຂອງກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໃຫ້ຮູ້ວ່າ, ໃນໄລຍະ 5 ເດືອນຜ່ານມາ, ຫວຽດນາມ ໄດ້ສົ່ງອອກຫຼັກກ້າເກືອບ 5 ລ້ານໂຕນ ບັນລຸມູນຄ່າ 3,557 ຕື້ USD, ເພີ່ມຂຶ້ນ 62,2% ທາງດ້ານຈຳນວນ ແລະ ເພີ່ມຂຶ້ນ 113,3% ກ່ຽວກັບມູນຄ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ສະຫະພາບເອີລົບ, ຈີນ, ກຳປູເຈຍ, ມາເລເຊຍ ແລະ ເມກຊີໂກ ແມ່ນ 5 ຕະຫຼາດໃຫຍ່ນຳເຂົ້າຫຼັກກ້າຂອງຫວຽດນາມ ດ້ວຍລະດັບສູງບັນລຸສະຖິຕິ.

        ສ່ວນສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ ໃຫ້ຮູ້ວ່າ, ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ການສົ່ງອອກຜະລິດຕະພັນສິນໃນນ້ຳຂອງຫວຽດນາມ ໃນໄລຍະ 5 ເດືອນຜ່ານມາລ້ວນແຕ່ໄດ້ເພີ່ມຂຶ້ນ. ສະເພາະມູນຄ່າຜະລິດຕະພັນຈາກປາມຶກ, ປາມຶກຍັກ ບັນລຸ 216 ລ້ານ USD, ເພີ່ມຂຶ້ນ 13%; ປະສິນໃນນ້ຳ2 ເປືອກບໍ່ມີກະດູກສັນຫຼັງບັນລຸ 48 ລ້ານ USD ເພີ່ມຂຶ້ນ 44%.

ຕອບກັບ

ຂ່າວ/ບົດ​ອື່ນ