ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ ໄປ​ຍັງ​ຕະຫຼາດ ອີ​ຢູ ຍາດ​ແຍ່ງ​ທ່າ​ໄດ້​ປຽບຈາກ​ສັນ​ຍາ​ການ​ຄ້າ EVFTA ໄດ້​ເປັ​ນ​ຢ່າງ​ດີ

(VOVWORLD) -ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ໄປຍັງຕະຫຼາດ ອີຢູ ໃນ 6 ເດືອນຕົ້ນປີນີ້ ບັນລຸໄດ້ກວ່າ 486 ລ້ານ USD, ເພີ່ມຂຶ້ນ 20%. ໃນນັ້ນ, ການສົ່ງອອກບັນດາຜະລິດຕະພັນສິນທະເລເພີ່ມຂຶ້ນ 24% ບັນລຸ 154 ລ້ານ USD, ສິນໃນນ້ຳ ຜ່ານການປູກລ້ຽງເພີ່ມຂຶ້ນ 18% ບັນລຸ 333 ລ້ານ USD.
ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ ໄປ​ຍັງ​ຕະຫຼາດ ອີ​ຢູ ຍາດ​ແຍ່ງ​ທ່າ​ໄດ້​ປຽບຈາກ​ສັນ​ຍາ​ການ​ຄ້າ EVFTA ໄດ້​ເປັ​ນ​ຢ່າງ​ດີ - ảnh 1(ພາບປະກອບ: VOV)

ປັດຈຸບັນ, ຕະຫຼາດ ອີຢູ ແມ່ນຕະຫຼາດສົ່ງອອກສິນໃນນ້ຳໃຫຍ່ອັນດັບທີ 4 ຂອງ ຫວຽດນາມ, ຖັດຈາກ ອາເມລິກາ, ຍີ່ປຸ່ນ, ກວມເອົາອັດຕາ 11%. ໃນນັ້ນ, ໂຮນລັງ, ເຢຍລະມັນ, ແບນຊິກ, ອີຕາລີ ແມ່ນບັນດາຕະຫຼາດບໍລິໂພກກຸ້ງ ແລະ ປາທູນາເປັນສ່ວນຫຼາຍຂອງ ຫວຽດນາມ. ທ່ານ ເລືອງຮວ່າງຖ໊າຍ, ຫົວໜ້າກົມການຄ້າຫຼາຍຝ່າຍ, ກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:

        “ສິນໃນນ້ຳແມ່ນຂະແໜງທີ່ມີມູນຄ່າເພີ່ມສູງສຸດ ແລະ ແມ່ນຂະແໜງທີ່ຊ່ວຍໃຫ້ພວກເຮົາຫັນປ່ຽນໂຄງປະກອບການສົ່ງອອກ. ໃນ 6 ເດືອນຕົ້ນປີຂອງປີທຳອິດທີ່ປະຕິບັດສັນຍານີ້ ກໍເຫັນວ່າ ຄວາມສາມາດຍາດແຍ່ງໂອກາດ ແມ່ນກວ່າ 70% ເມື່ອທຽບໃສ່ວົງເງິນການຄ້າສົ່ງອອກຂອງ ຫວຽດນາມ ໄປຍັງຕະຫຼາດ ອີຢູ, ໝາຍຄວາມວ່າແມ່ນຕົວເລກທີ່ໜ້າຊື່ນຊົມ ເມື່ອທຽບໃສ່ສັນຍາສະບັບອື່ນໆ”.

ຕອບກັບ

ຂ່າວ/ບົດ​ອື່ນ