ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ມີຄວາມສາມາດບັນລຸ 11 ຕື້ USD

(VOVWORLD) - ການສົ່ງອອກປາຈາ ໄດ້ລື່ນກາຍຕົວເລກ 2 ຕື້ USD, ເພີ່ມຂຶ້ນກ່ວາ 80% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ແລະ ອາດຈະລື່ນກາຍລະດັບ 2,5 ຕື້ USD ໃນທ້າຍປີນີ້....

ຕາມຕົວເລກອັບເດດຫຼ້າສຸດຂອງສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ (VASEP) ແລ້ວ, ປີ 2022, ຄາດວ່າ, ການສົ່ງອອກສິນໃນນ້ຳ ຫວຽດນາມ ຈະບັນລຸລະດັບ 11 ຕື້ USD. ປະຈຸບັນ, ການສົ່ງອອກກຸ້ງ ບັນລຸລະດັບ 4,3 ຕື້ USD, ເພີ່ມຂຶ້ນ 30%; ການສົ່ງອອກປາຈາ ໄດ້ລື່ນກາຍຕົວເລກ 2 ຕື້ USD, ເພີ່ມຂຶ້ນກ່ວາ 80% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ແລະ ອາດຈະລື່ນກາຍລະດັບ 2,5 ຕື້ USD ໃນທ້າຍປີນີ້; ເປັນຄັ້ງທຳອິດ, ປາທູນ່າລື່ນກາຍຄາດໝາຍ 1 ຕື້ USD… ວົງເງິນການສົ່ງອອກບັນດາຜະລິດຕະພັນສິນໃນນ້ຳລ້ວນແຕ່ເຕີບໂຕຢູ່ໃນລະດັບ 2 ຕົວເລກ, ແຕ່ 18 – 77%.

        ທ່ານ ເຈືອງດິ່ງແຮ່ວ, ເລຂາທິການ VASEP, ໃຫ້ຮູ້ວ່າ: ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ໄດ້ຟື້ນຟູສົມບູນພາຍຫຼັງ ໂຄວິດ - 19. 4 ຕະຫຼາດ (ຄື: ສະຫະພາບເອີລົບ, ອາເມລິກາ, ຈີນ ແລະ ຍີ່ປຸ່ນ) ກວມເອົາ 74% ຍອດວົງເງິນສົ່ງອອກສິນໃນນ້ຳຂອງ ຫວຽດນາມ; ໃນນັ້ນ, ເປັນຄັ້ງທຳອິດ ການສົ່ງອອກເຂົ້າຕະຫຼາດ ອາເມລິກາ ບັນລຸ 2 ຕື້ USD… ອາດຈະເຫັນວ່າ ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ເຂົ້າຕະຫຼາດແຫ່ງຕ່າງໆ ລ້ວນແຕ່ເພີ່ມຂຶ້ນ ເຊິ່ງແມ່ນສັນຍານທີ່ດີສະແດງໃຫ້ເຫັນວ່າໃນຈຸດເວລາທີ່ຫຍຸ້ງຍາກ, ວິສາຫະກິດສິນໃນນ້ຳຍັງຊອກເຫັນກາລະໂອກາດ, ຜ່ານຜ່າບັນດາສິ່ງທ້າທາຍໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ