ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ປີ 2023 ອາດ​ຈະ​ບັນ​ລຸ​ກວ່າ 9 ຕື້ USD

(VOVWORLD) - ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ໄປຍັງ ອາເມລິກາໃນເດືອນກັນຍາ ເພີ່ມຂຶ້ນເກືອບ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ບັນລຸ 150 ລ້ານ USD.
ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ປີ 2023 ອາດ​ຈະ​ບັນ​ລຸ​ກວ່າ 9 ຕື້ USD - ảnh 1ການປຸງແຕ່ງປາຈາ (ພາບ: TTXVN)

ຕາມຕົວເລກສະຖິຕິຂອງກົມໃຫຍ່ພາສີ ຫວຽດນາມ, ໃນເດືອນກັນຍາຜ່ານມາ, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ບັນລຸກວ່າ 814 ລ້ານ USD. ສິ່ງທີ່ໜ້າສົນໃຈແມ່ນ, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ໄປຍັງ ອາເມລິກາໃນເດືອນກັນຍາ ເພີ່ມຂຶ້ນເກືອບ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ບັນລຸ 150 ລ້ານ USD. ນີ້ແມ່ນເດືອນທີ 2 ຢ່າງລຽນຕິດທີ່ການສົ່ງອອກສິນໃນນ້ຳໄປຍັງຕະຫຼາດນີ້ ມີການເຕີບໂຕເປັນບວກ. ສາຍເຫດແມ່ນຍ້ອນຄວາມຕ້ອງການບໍລິໂພກສິນໃນນ້ຳຂອງ ອາເມລິກາ ເພີ່ມຂຶ້ນໃນໂອກາດທ້າຍປີ, ພິເສດແມ່ນກຸ້ງ ແລະ ປາຈາ. ທ່ານນາງ ເລຮັ່ງ, ຜູ້ອຳນວຍການປະຊາສຳພັນຂອງສະຫະສະມາຄົມປຸງແຕ່າງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ (VASEP), ໃຫ້ຂໍ້ສັງເກດວ່າ:

        “ປະລິມານກຸ້ງ ແລະ ປາຈາ ສົ່ງອອກໄປຍັງບາງຕະຫຼາດ ໄດ້ມີສັນຍານເພີ່ມຂຶ້ນຄືນໃໝ່. ບັນດາປະເດປານ້ຳຈືດ ແລະ ປູ ກໍມີການເຕີບໂຕດີ, ບໍ່ພຽງແຕ່ໃນເດືອນ ກັນຍາເທົ່ານັ້ນ, ຫາກນັບທັງໃນໄຕມາດທີ III ອີກດ້ວຍ. ສິ່ງດັ່ງກ່າວຊີ້ໃຫ້ເຫັນການສົ່ງອອກຈະຟື້ນຟູເປັນຢ່າງດີກວ່າໃນຊຸມເດືອນທ້າຍປີ”.

        ຕາມ VASEP, ດ້ວຍຫຼາຍສັນຍານທີ່ຕັ້ງໜ້າ, ຄາດວ່າການສົ່ງອອກສິນໃນນ້ຳໃນໄຕມາດທ້າຍປີ ຈະບັນລຸ 2,4 ຕື້ USD, ຍົກວົງເງິນສົ່ງອອກຂອງທັງປີບັນລຸກວ່າ 9 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ