ການສົ່ງອອກສິນໃນນ້ຳໄດ້ຮັບຜົນປະໂຫຍດຫລາຍທີ່ສຸດຈາກFTAລະຫວ່າງຫວຽດນາມແລະEAEU

ການສົ່ງອອກສິນໃນນ້ຳໄດ້ຮັບຜົນປະໂຫຍດຫລາຍທີ່ສຸດຈາກFTAລະຫວ່າງຫວຽດນາມແລະEAEU - ảnh 1
(ພາບປະກອບ)

(vovworld) - ນັບ​ແຕ່​ເດືອນ 10/2016 ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສະຫະພັນ​ເສດຖະກິດ ອາຊີ - ​ເອີ​ລົບ ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ​ພາຍຫລັງ​ການ​ເຈລະຈາ​ເປັນ​ເວລາ​ກ່ວາ 2 ປີ. ຕາມ​ນັ້ນ​ແລ້ວ ​ເກືອບ 90% ປະ​ເພດພາສີ​ອາກອນ​ໄດ້​ຍົກ​ເວັ້ນ, ພາສີ​ອາກອນ​ນຳ​ເຂົ້າ​ໄດ້​ຫລຸດ​ລົງ; ​ໃນ​ນັ້ນ ມີ​ກ່ວາ 59% ປະ​ເພດພາສີ​ອາກອນ​ໄດ້ລົບ​ລ້າງ. ນີ້​ແມ່ນ​ທ່າ​​​ໄດ້​ປຽບ​ທີ່​ມີ​ຕໍ່ ຫວຽດນາມ ​ໃນ​ການ​ແກ່ງ​ແຍ້​ງກັບ​ບັນດາ​ປະ​ເທດ​ອື່ນໆ​ໃນ​ໂລກ, ​ເມື່ອ​ສົ່ງ​ອອກ​ສິນຄ້າ​​ເຂົ້າ​ຕະຫລາດ​ບັນດາ​ປະ​ເທດ​ຂຶ້ນ​ກັບ​ສະຫະພັນ​ເສດຖະກິດ ອາຊີ - ​ເອີ​ລົບ (EAEU). ສິນ​ໃນ​ນ້ຳ ​ແມ່ນ​ຂະ​ແໜງ​ທີ່​ມີ​ທ່າ​ແຮງ​ທີ່​ສຸດ. ລະດັບ​ພາສີ​ອາກ​ອນ​ໃນ​ການ​ນຳ​ເຂົ້າ - ສົ່ງ​ອອກ​ສິນ​ໃນ​ນ້ຳ​ຈາກ ຫວຽດນາມ ຈະ​ຫລຸດ​ແຕ່ 10% ລົງ​ 0%; ​ໃນ​ຂະນະ​ນັ້ນ, ມີໝວດ​ສິນຄ້າ​ສິນ​ໃນ​ນ້ຳ​ປຸງ​ແຕ່ງ.

 

ຂ່າວ/ບົດ​ອື່ນ