ການ​ສົ່ງ​ອອກ​ເກີນ​ດຸນ​ສືບ​ຕໍ່​ບັນ​ລຸ​ລະ​ດັບ​ສະ​ຖິ​ຕິ​ໃໝ່

(VOVWORLD) -  ກົມໃຫຍ່ພາສີຫວຽດນາມ ຫາກໍ່ປະກາດຕົວເລກສະຖິຕິສິນຄ້າສົ່ງອອກນຳເຂົ້າໃນເດືອນຕຸລາ ແລະ 10 ເດືອນທີ່ຜ່ານມາ. 

      ຕາມນັ້ນແລ້ວ, ເດືອນຕຸລາທີ່ຜ່ານມາ, ຍອດມູນຄ່າສົ່ງອອກ - ນຳເຂົ້າສິນຄ້າ ຂອງ ຫວຽດນາມ ຄາດວ່າບັນລຸໄດ້ 50,7 ຕື້ USD, ຫຼຸດລົງ 1,3% ເມື່ອທຽບໃສ່ເດືອນກັນຍາ.  ໃນນັ້ນ, ຍອດມູນຄ່າສົ່ງອອກຄາດວ່າ ບັນລຸໄດ້ 26,2 ຕື້ USD, ຫຼຸດລົງ 3,5% ແລະ ຍອດມູນຄ່ານຳເຂົ້າຄາດວ່າບັນລຸໄດ້ 24,5 ຕື້ USD, ເພີ່ມຂຶ້ນ 1,2%. ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ມູນຄ່າສົ່ງອອກຂອງທົ່ວປະເທດເພີ່ມຂຶ້ນ 7,9% ແລະ ມູນຄ່ານຳເຂົ້າເພີ່ມຂຶ້ນ 10,1%. ດ້ວຍການຜັນແປດັ່ງກ່າວ, ດຸນການຄ້າສິນຄ້າຂອງ ຫວຽດນາມ ໃນເດືອນຕຸລາ ຄາດວ່າມູນຄ່າສ່ວນເກີນແມ່ນປະມານ 1,7 ຕື້ USD.

        ດຸນການຄ້າສິນຄ້າ ຂອງ ຫວຽດນາມ ໃນເດືອນຕຸລາທີ່ຜ່ານມາ ມູນຄ່າສ່ວນເກີນ ສືບຕໍ່ບັນລຸຢູ່ລະດັບສະຖິຕິ ດ້ວຍຕົວເລກສົ່ງອອກເກີນດຸນຂຶ້ນເຖິງ 18,22 ຕື້ ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ