ການສົ່ງອອກເກີບໜັງ ຫວຽດນາມ ປີ 2018 ຈະມີສັນຍານດີຂຶ້ນ

(VOVWORLD) -ຂະແໜງເກີບໜັງ ຫວຽດນາມ ບັນລຸຍອດມູນຄ່າສົ່ງອອກ 17 ຕື້ USD ໃນປີ 2017 ເພີ່ມ 10% ເມື່ອທຽບໃສ່ໄລຍະດຽວກັນປີ 2016.
ການສົ່ງອອກເກີບໜັງ ຫວຽດນາມ ປີ 2018 ຈະມີສັນຍານດີຂຶ້ນ - ảnh 1 (ພາບປະກອບ)

ສະຫະສະມາຄົມໜັງ - ເກີບ - ກະເປົາ ຫວຽດນາມ (Lefaso) ໃຫ້ຮູ້ວ່າ: ອາເມລິກາ ຍັງຄົງແມ່ນຕະຫລາດສົ່ງອອກໃຫຍ່ສຸດຂອງຂະແໜງ, ກວມເອົາ 34% ຍອດວົງເງິນການຄ້າ; ຖັດຈາກນັ້ນແມ່ນ ອີຢູ. ນອກນັ້ນ, ຍັງສົ່ງອອກໝວດປະເພດສິນຄ້າເຫຼົ່ານີ້ຂອງ ຫວຽດນາມ ໄປຍັງຕະຫລາດໃຫຍ່ຄື: ສ.ເກົາຫຼີ, ຍີ່ປຸ່ນ, ຈີນ…ຍັງຄົງຮັກສາໄດ້ກຳລັງເຕີບໂຕເປັນປົກກະຕິ.

        ກ່ຽວກັບແງ່ຫວັງພັດທະນາຂອງຂະແໜງເກີບໜັງໃນປີ 2018, Lefaso ຖືວ່າ: ຂະແໜງເກີບໜັງ ອາດຈະມີສັນຍານດີກ່ວາ ເມື່ອທຽບໃສ່ປີ 2017  ຍ້ອນມີຫລາຍປັດໄຈສະດວກຈາກສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ຄາດວ່າ ຈະໄດ້ຮັບການລົງນາມໃນກາງປີ 2018, ພ້ອມກັນນັ້ນ ສະຫະສະມາຄົມບັນດານັກຜະລິດ ອາເມລິກາ ພວມຊຸກຍູ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍພາສີອາກອນ. ຮ່າງກົດໝາຍດັ່ງກ່າວ ຈະຫລຸດຜ່ອນພາສີລົງສຳລັບບາງປະເພດຜະລິດຕະພັນນຳເຂົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ