ການ​ສົ່ງ​ອອກ​ເກີບ​ໜັງ​ໃນ​ປີ2024 ຄາດ​ວ່າຈະ​ບັນ​ລຸ​ແຕ່ 26 – 27 ຕື້ USD

(VOVWORLD) - ໃນ 6 ເດືອນຕົ້ນປີ 2024, ວົງເງິນການສົ່ງອອກເກີບໜັງ ຫວຽດນາມ ບັນລຸກ່ວາ 6,5 ຕື້ USD, ເພີ່ມຂຶ້ນ 5,7%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.
ການ​ສົ່ງ​ອອກ​ເກີບ​ໜັງ​ໃນ​ປີ2024 ຄາດ​ວ່າຈະ​ບັນ​ລຸ​ແຕ່ 26 – 27 ຕື້ USD - ảnh 1ການຜະລິດເກີບເພື່ອສົ່ງອອກໄປຍັງ EU ຂອງ ຫວຽດນາມ (ພາບ: TTXVN)

ສະມາຄົມເກີບໜັງ - ກະເປົ໋າ ຫວຽດນາມ (Lefaso) ຄາດຄະເນວ່າ ວົງເງິນການສົ່ງອອກຂອງຂະແໜງໃນປີນີ້ຈະບັນລຸແຕ່ 26 – 27 ຕື້ USD. ເພື່ອບັນລຸໄດ້ຄາດໝາຍນີ້, ຂະແໜງເກີບໜັງ ຫວຽດນາມ ຕ້ອງສືບຕໍ່ເປີດກວ້າງ ແລະ ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ, ພ້ອມທັງເອົາໃຈໃສ່ເປັນພິເສດເຖິງການຮັກສາຕະຫຼາດທີ່ມີມາແຕ່ດົນນານຄື: ອາເມລິກາ, ສະຫະພາບ ເອີລົບ (EU).

ໃນ 6 ເດືອນຕົ້ນປີ 2024, ວົງເງິນການສົ່ງອອກເກີບໜັງ ຫວຽດນາມ ບັນລຸກ່ວາ 6,5 ຕື້ USD, ເພີ່ມຂຶ້ນ 5,7%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ອາເມລິກາ ກວມເອົາອັດຕາສ່ວນໃຫຍ່ປະມານ 35%, ຖັດຈາກນັ້ນແມ່ນ ສະຫະພາບ ເອີລົບ (EU) 26%. ບັນດານັກຊ່ຽວຊານຖືວ່າ ຫວຽດນາມ ມີທ່າໄດ້ປຽບໃນການແກ້ງແຍ້ງພໍສົມຄວນເມື່ອທຽບໃສ່ກັບບັນດາປະເທດທີ່ຜະລິດ, ສົ່ງອອກສິນຄ້າປະເພດເກີບໜັງ, ກະເປົ໋າອື່ນໆ. ຫວຽດນາມ ແມ່ນປະເທດມີສັນຍາການຄ້າເສລີຫຼາຍສະບັບ, ກວມເອົາກ່ວາ 60%ປະລິມານການຄ້າທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ