ການ​ສົ່ງ​ອອກ​ເຂົ້າ​ສານ​ຂອງ​ຫວຽດ​ນາມ ໃນ​ປີ 2020 ບັນ​ລຸ​ປະ​ມານ 6,15 ລ້ານ​ໂຕ​ນ

(VOVWORLD) - ກະຊວງອຸດສາຫະກຳ - ການຄ້າ ແລະ ກະຊວງກະສິກຳ - ພັດທະນາຊົນນະບົດຫວຽດນາມ ຄາດຄະເນວ່າ ການສົ່ງອອກເຂົ້າສານຂອງຫວຽດນາມ ໃນປີ 2020 ບັນລຸ 6,15 ລ້ານໂຕນ, ລວມມູນຄ່າປະມານ 3,07 ຕື້ USD.
ການ​ສົ່ງ​ອອກ​ເຂົ້າ​ສານ​ຂອງ​ຫວຽດ​ນາມ ໃນ​ປີ 2020 ບັນ​ລຸ​ປະ​ມານ 6,15 ລ້ານ​ໂຕ​ນ - ảnh 1(ພາບປະກອບ:VOV)

ເຖິງວ່າ ປະລິມານເຂົ້າສານສົ່ງອອກຂອງຫວຽດນາມ ຫຼຸດລົງປະມານ 3,5% ເມື່ອທຽບໃສ່ປິ 2019 ກໍ່ຕາມ, ແຕ່ມູນຄ່າສົ່ງອອກພັດເພີ່ມຂຶ້ນເຖິງ 9,3%. ລາຄາສົ່ງອອກສະເລ່ຍທັງປີ ຄາດວ່າບັນລຸເກືອບ 500 USD ຕໍ່ໂຕນ, ເພີ່ມຂຶ້ນ 13,3% ເມື່ອທຽບໃສ່ປີ 2019. ນີ້ແມ່ນລະດັບລາຄາສະເລ່ຍທັງປີສູງທີ່ສຸດໃນຊຸມປີມໍ່ໆມານີ້, ໄດ້ນຳເອົາເຊິ່ງຜົນປະໂຫຍດຢ່າງໃຫຍ່ຫຼວງມາໃຫ້ຜູ້ປູກເຂົ້າ.

        ໂຄງປະກອບເຂົ້າສານສົ່ງອອກຂອງ ຫວຽດນາມ ພວມສືບຕໍ່ຫັນໄປສູ່ປະເພດເຂົ້າຫອມ, ເມັດງາມ, ມີຄຸນນະພາບສູງ ດ້ວຍລາຄາຂາຍ ແລະ ມູນຄ່າເພີ່ມຂຶ້ນສູງກວ່າ. ພ້ອມກັນນັ້ນ, ຊາວກະສິກອນ ແລະ ບັນດານັກທຸລະກິດ ກໍນັບມື້ນັບເອົາໃຈໃສ່ເຖິງການຍົກສູງຄຸນະພາບ, ຢັ້ງຢືນຕົ້ນກຳເນີດ ແລະ ມຸ່ງໄປເຖິງການຕອບສະໜອງໄດ້ຕາມມາດຕະຖານທີ່ເຄັ່ງຄັດຂອງຕະຫຼາດ ອີຢູ, ສ.ເກົາຫຼີ, ອາເມລິກາ…


ຕອບກັບ

ຂ່າວ/ບົດ​ອື່ນ