ການ​ສົ່ງ​ອອກ​ໂທ​ລະ​ສັບ, ຄອມ​ພິວ​ເຕີ, ເກີບ ຂອງ​ຫວຽດ​ນາມ ໄປ​ຍັງ ອາ​ເມ​ລິ​ກາ ເພີ່ມ​ຂຶ້ນ

(VOVWORLD) -ຄອມພິວເຕີ, ຜະລິດຕະພັນເອເລັກໂຕນິກ ໄດ້ຊ່ວຍໃຫ້ຫວຽດນາມເກັບລາຍຮັບມາໄດ້ 1,2 ຕື້ USDເພີ່ມຂຶ້ນ 135% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.
ການ​ສົ່ງ​ອອກ​ໂທ​ລະ​ສັບ, ຄອມ​ພິວ​ເຕີ, ເກີບ ຂອງ​ຫວຽດ​ນາມ ໄປ​ຍັງ ອາ​ເມ​ລິ​ກາ ເພີ່ມ​ຂຶ້ນ - ảnh 1(ພາບປະກອບ: baodautu.vn) 

ຕາມສະຖິຕິຂອງກົມໃຫຍ່ພາສີຫວຽດນາມແລ້ວ, ໃນ 2 ເດືອນຕົ້ນປີ, ບັນດາຜະລິດຕະພັນສົ່ງອອກຫຼັກແຫຼ່ງຂອງຫວຽດນາມ ເປັນຕົ້ນແມ່ນ ໂທລະສັບ, ຄອມພິວເຕີ, ເກີບ... ໄປຍັງ ອາເມລິກາ ແມ່ນເພີ່ມຂຶ້ນຢ່າງແຮງ, ເຊິ່ງບັນລຸກວ່າ 10 ຕື້ USD. ຄອມພິວເຕີ, ຜະລິດຕະພັນເອເລັກໂຕນິກ ໄດ້ຊ່ວຍໃຫ້ຫວຽດນາມເກັບລາຍຮັບມາໄດ້ 1,2 ຕື້ USD, ເພີ່ມຂຶ້ນ 135% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

        ສຳລັບເຄື່ອງຈັກ, ອຸປະກອນ ແລະ ອາໄຫຼ່ຕ່າງໆ, ໃນສອງເດືອນຕົ້ນປີ 2020, ອາເມລິກາ ໄດ້ນຳເຂົ້າຈາກຫວຽດນາມ ດ້ວຍມູນຄ່າ 952 ລ້ານ USD, ເພີ່ມຂຶ້ນ 53,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

        ສະເພາະເກີບປະເພດຕ່າງໆ, ອາເມລິກາ ສືບຕໍ່ແມ່ນຕະຫຼາດນຳເຂົ້າຫຼັກແຫຼ່ງຂອງຫວຽດນາມສຳລັບກຸ່ມສິນຄ້າເກີບປະເພດຕ່າງໆຂອງຫວຽດນາມ ດ້ວຍມູນຄ່າແມ່ນ 985 ລ້ານ USD.

ຕອບກັບ

ຂ່າວ/ບົດ​ອື່ນ