ການສົນທະນາ ກ່ຽວ ກັບການເຈລະຈາສັນຍາການຄ້າເສລີ ຫວຽດນາມ - ອີຢູ

ການສົນທະນາ ກ່ຽວ ກັບການເຈລະຈາສັນຍາການຄ້າເສລີ ຫວຽດນາມ - ອີຢູ - ảnh 1
ພາບປະກອບ

(vovworld) – ຫ້ອງການ​ການ​ຄ້າ​ອາ​ເມ​ລິ​ກາ ປະຈຳ ສະຫະພາບ ​ເອີ​ລົບ (AmchamEU) ຫາ​ກໍ່​​ຈັດຕັ້ງ​ການ​ສົນທະນາ​ກ່ຽວ​ກັບ​ວິວັດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ (EVFTA). ​ເຂົ້າ​ຮ່ວມ​ການ​ສົນທະນາ​ ມີ​ຄະນະ​ຜູ້​ແທນ ຫວຽດນາມ ​ແລະ ຕາງໜ້າ​ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ຢູ່ ອີ​ຢູ. ທີ່ການ​ສົນທະນາ​, ຜູ້ຕາງໜ້າ​ບັນ​ດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ​ໄດ້​ຊີ້​ແຈ້ງ​ຄວາມ​ແຕກ​ຕ່າງ​ກັນ​ລະ​ຫວ່າງ​ເນື້ອ​ໃນ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາ​ຊີ​ຟິກ (TPP) ກັບ EVFTA, ພິ​ເສດ​ແມ່ນ​ບັນດາ​ບຸລິ​ມະ​ສິດ​ຂອງ​ລັດຖະບານ ຫວຽດນາມ ​ໃນ​ການ​ເຈລະຈາ​ລະ​ຫວ່າງ TPP ​ແລະ EVFTA, ກໍ່​ຄື​ບັນດາ​ຄວາມ​ຫຍຸ້ງຍາກ​ໃນ​ວິວັດ​ການ​ເຈລະຈາສັນຍາ 2 ສະບັບ​ນີ້. ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ​ແບນ​ຊິກ ​ແລະ ລຸກ​ຊຳ​ບວກ ຟ້າ​ມ​ແຊງ​ເຈົາ ​ໄດ້​ອະທິບາຍ​ບັນດາ​ບັນຫາ​ໂດຍ​ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ຍົກ​ອອກ​ມາ​ຢ່າງ​ສົມ​ເຫດ​ສົມ​ຜົນ. ພິ​ເສດ, ທ່ານ​ເອກ​ອັກຄະ​ລັດຖະທູດ ​​ໄດ້ໃສ່​ໃຈ​​ເຖິງ: ບັນດາ​ເນື້ອ​ໃນ​ເຈລະຈາ​ກ່ຽວຂ້ອງ​ເຖິງ​ຜົນ​ປະ​ໂຫຍ​ດລວມ​ເຊິ່ງບັນດາ​ວິ​ສາ​ຫະກິດ ອີ​ຢູ ສາມາດ​ບັນລຸ​ໄດ້​ຈາກ​ສັນຍາ​ນີ້, ຜ່ານ​ນັ້ນ​ຮຽກຮ້ອງ​ການ​ສະໜັບສະໜູນ​ຂອງ​ບັນດາ​ວິ​ສາ​ຫະກດິດສະມາຊິກ AmchamEU ທີ່​ມີ​ຕໍ່​ວິວັດ​ການ​ເຈລະຈາ EVFTA. ການ​ສົນທະນາ​ ສິ້ນ​ສຸດ​ລົງ​ດ້ວຍ​ຄຳ​ໝັ້ນ​ສັນຍາ, ​ເຫັນ​ດີ​ເປັນ​ເອກະສັນ​ສູງ​ຂອງ​ບັນດາ​ວິ​ສາ​ຫະກິດ​ສະມ​າຊິກ AmchamEU.

ຂ່າວ/ບົດ​ອື່ນ