ການສົນທະນາກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຄັ້ງທີ 12

ການສົນທະນາກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຄັ້ງທີ 12 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ
ກ່າວ​ຄຳ​ເຫັນ​ທີ່​ການສົນທະນາ
(ພາບ: .chinhphu.vn)

(vovworld) - ການ​ສົນທະນາດ້ວຍ​ຫົວ​ຂໍ້​ວ່າ “ບົດບາດ​ຂອງ​ວິ​ສາ​ຫະກິດ ​ແລະ ພາກ​ເອກະ​ຊົນ​ໃນ​ວຽກ​ງານ​ປ້ອງກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ” ​ໂດ​ຍອົງການ​ກວດກາ​ລັດຖະບານ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ສົມທົບ​ກັບ​ສະຖານທູດ​ແຫ່ງ​ລາຊະ​ອານາຈັກ​ອັງກິດ, ຜູ້ຕາງໜ້າກະຊວງ​ພັດທະ​ນາສາ​ກົນ​ອັງກິດ ປະຈຳ​ຫວຽດນາມ ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 12/11, ທີ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​​ໄຂ​ການສົນທະນາ, ທ່ານ​ຫົວໜ້າ​ອົງການກວດກາ​ລັດຖະບານ ຮີ່ນ​ຟອງ​ແຈງ, ​ໃຫ້​ຮູ້​ວ່າ.

        “ການ​ສົນທະນາ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຄັ້ງ​ທີ 12 ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຢ່າງ​ແທດ​ຈິງ, ຖືກ​ກັບ​ຈຸດ​ເວ​ລາ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ບັນດາ​ບົດ​ລາຍ​ງານ​ຄົ້ນ​ຄວ້າ, ຂໍ້ສະເໜີແນະ ​ແລະ ບັນດາ​ພຶດຕິກຳຕົວ​ຈິງ​ທີ່​ໄດ້​ນຳມາແນະນຳ, ​ແບ່ງປັນ​ທີ່​ການ​ສົນທະນາ​ຄັ້ງ​ນີ້ ຈະ​ໄດ້​ຮັບ​ການພິຈາລະນາ, ​ຄົ້ນຄວ້າຢ່າງ​ລະອຽດ​ຈາກ​ບັນດາ​ອົງການ​ທີ່​ມີໜ້າ​ທີ່ ​ເພື່ອ​ຮັບຮອງ, ນຳ​ໃຊ້​ຢ່າງ​ເໝາະ​ສົມ​, ຖືກ​ກັບ​ສະພາບ​ຕົວ​ຈິງ​ຢູ່​ຫວຽດນາມ. ຜ່ານ​ນັ້ນ​ສ້າງ​ສະພາບ​​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ຍຸຕິ​ທຳ, ກະຈາ​ງ​ແຈ້ງ, ບໍ່​ມີ​ການ​ສໍ້​ລາດ​ບັງ​ຫຼວງ.”

        ກ່າວ​ຄຳ​ເຫັນ​ທີ່​ການ​ເຈລະຈາ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ: ຍາມ​ໃດ​ຫວຽດນາມ ກໍ່​ກຳນົດ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແມ່ນ​ໜ້າ​ທີ່​ຂອງ​ທັງ​ລະບົບ​ການ​ເມືອງ, ຂອງ​ທົ່ວ​ສັງຄົມ, ​ໃນ​ນັ້ນ​ປະຊາ​ຄົມ​ວິ​ສາ​ຫະກິດ​ຮັກສາ​ບົດບາດ​ສຳຄັນ.

ຂ່າວ/ບົດ​ອື່ນ