ການສົນທະນາຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ລາຊະອານາຈັກອັງກິດຄັ້ງທີ 3

ການສົນທະນາຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ລາຊະອານາຈັກອັງກິດຄັ້ງທີ 3 - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບູ່​ຍ​ແທງ​ເຊີນ ມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Warrick Morris.
(ພາບ: Lê Phương/Vietnam+)

(vovworld) – ວັນ​ທີ 22/10, ທີ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ​ອັງກິດ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບູ່​ຍ​ແທງ​ເຊີນ ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາຊະ​ອານາຈັກ ອັງກິດ Hugo Swire ​ເປັນ​ປະທານ​ການ​ສົນທະນາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອັງກິດ​ປີ 2013. ນີ້​ແມ່ນ​ການ​ສົນທະນາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຄັ້ງ​ທີ 3 ລະຫວ່າງ 2 ປະ​ເທດ​ນັບ​ແຕ່​ເມື່ອ​ ຫວຽດນາມ ​ແລະ ອັງກິດ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເມື່ອ​ເດືອນ 9/2010. 2 ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ສະຫລຸບ​ບັ​ນດາ​ເນື້ອ​​ໃນ​ປຶກສາ​ຫາລື ​ແລະ ບັນດາ​ແຜນການ​ໃນ​ອະນາຄົດ​ເພື່ອ​ແນ​ໃສ່​ຊຸກຍູ້​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ.

    ຢູ່​ນອກ​ການ​ສົນທະນາ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບູ່​ຍ​ແທງ​ເຊີນ ​ໃຫ້​ຮູ້​ວ່າ: ທີ່​ການ​ສົນທະນາ​ຄັ້ງ​ນີ້, ຫວຽດນາມ ປາດ​ຖະໜາ​ວ່າ ອັງກິດ​ ສືບ​ຕໍ່ສະໜອງ ODA ​ໃຫ້​ແກ່ ຫວຽດນາມ ຫຼາຍ​ກ່ວາ​ອີກ ບໍ່​ພຽງ​ແຕ່​ເພື່ອ​ຊ່ວຍ ຫວຽດນາມ ບັນລຸ​ໄດ້​ບັນດາ​ຈຸດໝາຍ​ພັດທະນາ​ສະຫັດ​ສະຫວັດ​ເທົ່າ​ນັ້ນ ຫາກ​ຍັງ​ເພື່ອ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ​ຄື​ບັນຫາ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ.

    ​ສ່ວນທ່ານ​ລັດຖະມົນຕີ Hugo Swire ຢືນຢັນ​ວ່າ: ລັດຖະບານ ອັງກິດ ສືບ​ຕໍ່​ສະ​ຫງວນການ​ສະໜັບສະໜູນ​ຢ່າງ​ແຮງ​ໃຫ້​ແກ່ ຫວຽດນາມ, ສະໜັບສະໜູນ​ບັນດາ​ການ​ປ່ຽນ​ໃໝ່ ​ແລະ ປະຕິ​ຮູບ​ເຊິ່ງລັດຖະບານ ຫວຽດນາມ ພວມ​ດຳ​ເນີນ. ອັງກິດ ອາດ​ຈະ​ແບ່ງປັນ​ກັບ ຫວຽດນາມ ບັນດາ​ບົດຮຽນ​ກ່ຽວ​ກັບ​ຄູ່​ຮ່ວມ​ມື​ພາກ​ລັດ - ​ເອກະຊົນ (TPP), ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ເງິນ, ທະ​ນາຄາ​ນ, ຊ້ຳ​ບໍ່​ໜຳ​ກັບ​ທັງ​ການຈັດ​ຕັ້ງ​ເຫດການ​ກິລາສາກົນ​ຄື ASIAD 2019 ​ເຊິ່ງ ຫວຽດນາມ​ ​ເປັນ​ເຈົ້າ​ພາບຈັດ​ຕັ້ງ.

 

 

ຂ່າວ/ບົດ​ອື່ນ