ການສົນທະນາດ້ານການປ້ອງກັນຄວາມສະຫງົບ ຫວຽດນາມ - ອິນເດຍ ຄັ້ງທີ 2

(VOVWORLD) - ໂດຍແມ່ນສອງປະເທດແຄມທະເລ, ອິນເດຍ ແລະ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງການຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງຢູ່ເຂດທະເລລວມ
ການສົນທະນາດ້ານການປ້ອງກັນຄວາມສະຫງົບ ຫວຽດນາມ - ອິນເດຍ ຄັ້ງທີ 2 - ảnh 1ການສົນທະນາດ້ານການປ້ອງກັນຄວາມສະຫງົບ ລະຫວ່າງ ຫວຽດນາມ ແລະ ອິນເດຍ ຄັ້ງທີ ສອງ

ການສົນທະນາດ້ານການປ້ອງກັນຄວາມສະຫງົບ ລະຫວ່າງ ຫວຽດນາມ ແລະ ອິນເດຍ ຄັ້ງທີ ສອງ, ຂັ້ນຮອງທີ່ປຶກສາດ້ານຄວາມສະຫງົບແຫ່ງຊາດຈັດຂຶ້ນຢູ່ນະຄອນຫຼວງ ນິວເດລີ, ປະເທດ ອິນເດຍ, ວັນທີ 13 ກັນຍາ, ພາຍໃຕ້ການເປັນປະທານຂອງທ່ານ Vikram Misri, ຮອງທີ່ປຶກສາຄວາມສະຫງົບແຫ່ງຊາດ ອິນເດຍ ແລະ ພົນໂທ ເລືອງຕາມກວນ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ.

        ທີ່ກອງປະຊຸມ, ການນຳສອງຝ່າຍຖືວ່າ: ໂດຍແມ່ນສອງປະເທດແຄມທະເລ, ອິນເດຍ ແລະ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງການຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງຢູ່ເຂດທະເລລວມ. ທີ່ກອງປະຊຸມ, ຫວຽດນາມ ແລະ ອິນເດຍ ກໍ່ແບ່ງປັນບັນດາມາດຕະການຕ້ານໂຈນສະຫຼັດ ແລະ ການຫາປາຜິດກົດໝາຍ. ສອງຝ່າຍກໍ່ເຫັນດີເປັນເອກະພາບພ້ອມກັນແລກປ່ຽນທັດສະນະທີ່ກ່ຽວຂ້ອງເຖິງເສດຖະກິດທະເລ, ພັດທະນາມະຫາສະໝຸດແບບຍືນຍົງ ແລະ ເຊື່ອມຕໍ່ການເດີນທະເລ.

        ຝ່າຍ ອິນເດຍ ກໍ່ປາດຖະໜາຢາກໜູນຊ່ວຍ ຫວຽດນາມ ໃນບັນດາໂຄງການບຳລຸງສ້າງ, ເຊິ່ງລວມມີ: ການບຳລຸງສ້າງພະນັກງານກະຊວງຕຳຫຼວດເຂົ້າຮ່ວມບັນດາຄະນະປະຕິບັດງານຮັກສາສັນຕິພາບ ຂອງ ສປຊ; ພ້ອມທັງສະເໜີແບ່ງປັນຄວາມຮູ້ວິຊາສະເພາະໃນຂົງເຂດຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ.

ຕອບກັບ

ຂ່າວ/ບົດ​ອື່ນ