ການສົນທະນານະໂຍບາຍປ້ອງກັນຊາດຫວຽດນາມ-ກຳປູເຈຍຄັ້ງທີ 4

(VOVWORLD) -2 ຝ່າຍໄດ້ຕີລາຄາກ່ຽວກັບໝາກຜົນການຮ່ວມມືດ້ານປ້ອງກັນຊາດຂອງ 2 ປະເທດໃນໄລຍະຜ່ານມາ ແລະ ເປັນເອກະພາບຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ.

ການສົນທະນານະໂຍບາຍປ້ອງກັນຊາດຫວຽດນາມ-ກຳປູເຈຍຄັ້ງທີ 4 - ảnh 1 ພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ

(ພາບ: TTXVN)

 ການສົນທະນາດ້ານປ້ອງກັນຊາດຫວຽດນາມ - ກຳປູເຈຍ ຄັ້ງທີ 4 ໄດ້ດຳເນີນໃນວັນທີ 23 ກໍລະກົດ, ຢູ່ນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ, ພາຍໃຕ້ການເປັນປະທານຮ່ວມຂອງພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ພົນເອກ  Neang Phat, ລັດຖະມົນຕີການຕ່າງປະເທດຜູ້ປະຈຳການກະຊວງປ້ອງກັນປະເທດກຳປູເຈຍ.

        ທີ່ການເຈລະຈາ, 2 ຝ່າຍໄດ້ຕີລາຄາກ່ຽວກັບໝາກຜົນການຮ່ວມມືດ້ານປ້ອງກັນຊາດຂອງ 2 ປະເທດໃນໄລຍະຜ່ານມາ ແລະ ເປັນເອກະພາບຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ. 2 ຝ່າຍໄດ້ເຫັນດີເປັນເອກະພາບຄວາມຮັບຮູ້ລວມກ່ຽວກັບບັນດາບັນຫາຍຸດທະສາດສົ່ງຜົນກະທົບເຖິງການເມືອງ, ຄວາມໝັ້ນຄົງຂອງ 2 ປະເທດ, ພ້ອມທັງຢືນຢັນວ່າ, ໃນສະພາບການປະຈຸບັນ, 2 ປະເທດຄວນເພີ່ມທະວີການພົວພັນດ້ານປ້ອງກັນຊາດ 2 ຝ່າຍ, ຮັກສາ ແລະ ປັບປຸງການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ກຳປູເຈຍ. 2 ຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບສະພາບຄວາມໝັ້ນຄົງດ້ານການເມືອງຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ