ການ​​ສົນ​ທະ​ນາ​ປຶກ​ສາ​ຫາ​ລືກ່ຽວ​ກັບ​ນະ​ໂຍ​ບາຍ​ການປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ນິວ​ຊີ​ແລັນ ຄັ້ງ​ທີ 3

(VOVWORLD) -     ຕອນເຊົ້າວັນທີ 02 ທັນວາ, ທ່ານພົນໂທ ຮວ່າງຊວັນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພ້ອມກັບທ່ານ Andrew Bridgman, ເລຂາທິການໃຫຍ່ກະຊວງປ້ອງກັນຊາດ ນິວຊີແລັນ ໄດ້ເປັນປະທານກອງປະຊຸມສົນທະນາປຶກສາຫາລືກ່ຽວກັບນະໂຍບາຍການປ້ອງກັນຊາດ ຫວຽດນາມ - ນິວຊີແລັນ ຄັ້ງທີ 3 ຕາມຮູບການທາງອອນລາຍ.
ການ​​ສົນ​ທະ​ນາ​ປຶກ​ສາ​ຫາ​ລືກ່ຽວ​ກັບ​ນະ​ໂຍ​ບາຍ​ການປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ນິວ​ຊີ​ແລັນ ຄັ້ງ​ທີ 3 - ảnh 1ກອງປະຊຸມສົນທະນາປຶກສາຫາລືກ່ຽວກັບນະໂຍບາຍການປ້ອງກັນຊາດ ຫວຽດນາມ - ນິວຊີແລັນ ຄັ້ງທີ 3 ຖືກຈັດຂຶ້ນຕາມຮູບການທາງອອນລາຍ (ພາບ:qdnd.vn)

ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາວ່າ ການຮ່ວມມືດ້ານປ້ອງກັນຊາດ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ມີເງື່ອນໄຂສະດວກເພື່ອພັດທະນາ, ພິເສດແມ່ນເມື່ອສອງປະເທດກາຍເປັນຄູ່ຮ່ວມມືຍຸດທະສາດຂອງກັນ. ສອງຝ່າຍເຫັນດີເປັນເອກະພາບນຳກັນວ່າ ນັບແຕ່ປີໜ້າ ຈະຄົ້ນຄວ້າຈັດຕັ້ງການພົບປະຂັ້ນລັດຖະມນຕີກະຊວງປ້ອງກັນຊາດຄັ້ງຕ່າງໆເປັນປະຈຳປີ; ສ້າງແຜນການຮ່ວມມື 3 ປີ ຕໍ່ໄປ ເພື່ອນຳການຮ່ວມມືດ້ານປ້ອງກັນຊາດໃຫ້ຂຶ້ນສູ່ລະດັບໃໝ່ເທື່ອລະກ້າວ ໃຫ້ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ.

        ເມື່ອເຕື້ອງເຖິງສະພາບການໂລກ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ການນຳກະຊວງປ້ອງກັນຊາດສອງປະເທດ ໄດ້ເປັນເອກະພາບກັນຕໍ່ຄວາມຮັບຮູ້ລວມກ່ຽວກັບຫຼັກການເຄົາລົບກົດໝາຍສາກົນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ອາວຸດ. ສອງຝ່າຍເຊື່ອໝັ້ນວ່າ ມີພຽງແຕ່ການຮ່ວມມືກັນເທົ່ານັ້ນ ໂລກຈຶ່ງມີສັນຕິພາບ, ຮ່ວມແຮງຮ່ວມໃຈເພື່ອຜ່ານຜ່າ ແລະ ຟື້ນຟູພາຍຫຼັງໂລກລະບາດເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ