ການສົນທະນາປຶກສາຫາລືຍຸດທະສາດ ຫວຽດນາມ - ອັງກິດ ຄັ້ງທີ 9

(VOVWORLD) - ໃນໄລຍະຈະມາເຖິງ, 2 ຝ່າຍເປັນເອກະພາບສືບຕໍ່ສົມທົບກັນຜັນຂະຫຍາຍສັນຍາການຄ້າເສລີລະຫວ່າງ ຫວຽດນາມ ກັບ ລາຊະອານາຈັກ ອັງກິດ ແລະ ອຽດລັງເໜືອ (UKVFTA)
ການສົນທະນາປຶກສາຫາລືຍຸດທະສາດ ຫວຽດນາມ - ອັງກິດ ຄັ້ງທີ 9 - ảnh 1ທີ່ການສົນທະນາປຶກສາຫາລື
(ພາບ: TTXVN)

        ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ຮອບດ້ານໃນທຸກຂົງເຂດ; ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ຮັບການປັບປຸງ; ເສດຖະກິດ - ການຄ້າໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ; ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບໄດ້ເຂົ້າສູ່ແທດຈິງ… ນີ້ແມ່ນການຕີລາຄາເຊິ່ງທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ແລະ ທ່ານນາງລັດຖະມົນຕີການຕ່າງປະເທດ ແລະ ພັດທະນາ ອັງກິດ Anne Marie Trevelyan ໄດ້ເຫັນດີນຳກັນທີ່ການສົນທະນາປຶກສາຫາລືຍຸດທະສາດ ຫວຽດນາມ- ອັງກິດ ຄັ້ງທີ 9, ຖືກຈັດຂຶ້ນໃນວັນທີ 12 ມິຖຸນາ, ຢູ່ ລອນດອນ, ປະເທດ ອັງກິດ.

        ໃນໄລຍະຈະມາເຖິງ, 2 ຝ່າຍເປັນເອກະພາບສືບຕໍ່ສົມທົບກັນຜັນຂະຫຍາຍສັນຍາການຄ້າເສລີລະຫວ່າງ ຫວຽດນາມ ກັບ ລາຊະອານາຈັກ ອັງກິດ ແລະ ອຽດລັງເໜືອ (UKVFTA); ສົ່ງເສີມໃຫ້ວິສາຫະກິດ ອັງກິດ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດ, ຄື: ພະລັງງານທົດແທນ, ເຕັກນິກດີຈີຕອນ, ການປ່ຽນແປງໃໝ່ປະດິດຄິດສ້າງ, ພື້ນຖານໂຄງລ່າງມີຄຸນນະພາບສູງ, ຄວາມໝັ້ນຄົງ… 2 ຝ່າຍກໍ່ແລກປ່ຽນບາງບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເຄົາລົບການປະຕິບັດກົດໝາຍສາກົນ ແລະ ບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ, ສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ ແລະ ຫຼັກໝັ້ນຂອງ ອາຊຽນ ໃນບັນດາບັນຫາຄວາມໝັ້ນຄົງຢູ່ພາກພື້ນ, ໃນນັ້ນມີການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ, ການບິນ, ເຄົາລົບກົດໝາຍ, ສະໜັບສະໜູນການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ບັນລຸປະສິດທິພາບ, ປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ