ການສົນທະນາປ້ອງກັນຊາດລະຫວ່າງຫວຽດນາມ - ຈີນ ຄັ້ງທີ 4 ໄດ້ຮັບຜົນສຳເລັດ ຢ່າງຈົບງາມ

ການສົນທະນາປ້ອງກັນຊາດລະຫວ່າງຫວຽດນາມ - ຈີນ ຄັ້ງທີ 4 ໄດ້ຮັບຜົນສຳເລັດ ຢ່າງຈົບງາມ - ảnh 1
​ການ​ເຈລະຈາ​ປ້ອງ​ກັນຊາ​ດລະຫວ່າງ​ຫວຽດນາມ - ຈີນ ຄັ້ງ​ທີ 4
(ພາບ: qdnd.vn)


(vovworld) - ພົນ​ໂທ ຫງວຽນ​ຈິ໋ວິ້ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນຊາ​ດຫວຽດນາມ ​ໄດ້​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ສຳນັກ​ຂ່າວ​ສານ​ຫວຽດນາມ ປະຈຳ ປັກ​ກິ​ງ ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການສົນທະນາ​ປ້ອງ​ກັນຊາ​ດລະຫວ່າງ​ຫວຽດນາມ - ຈີນ ຄັ້ງ​ທີ 4. ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ຈິ໋ວິ້ງ ​ໃຫ້​ຮູ້​ວ່າ ຫວຽດນາມ ​ແລະ ຈີນ ​ໄດ້​ສ້າງ​​ສາຍໂທລະສັບ​ດ່ວນຕິດ​ຕໍ່​ໂດຍ​ກົງ​ລະຫວ່າງ 2 ກະຊວງ​ປ້ອງ​ກັນຊາ​ດ ​ເປັນ​ທາງ​ການ. ຕາມ​ທ່ານຮອງ​ລັດຖະມົນຕີ ຫງວຽນ​ຈິ໋ວິ້ງ ​ແລ້ວ, ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ, 2 ປະ​ເທດ​ຕ້ອງ​ອີ່​ງ​ໃສ່​ບົນ​ພື້ນຖານ 2 ບັນຫາ​ຕົ້ນ​ຕໍ່. ທີ 1 ​ແມ່ນ, ຮັບປະກັນ​ຄວາມ​ສະຖຽນ​ລະ​ພາບ​ຢູ່​ເຂດ​ຊາຍ​ແດນ, ທາງ​ທະ​ເລ ​ແລະ ບັນດາ​ການ​ພົວພັນ, ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ມິດຕະພາບ. ທີ 2 ​ແມ່ນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ນັ້ນ ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ດ້ວຍ​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ຢ່າງ​ລະອຽດ. ​ໃນ​ການ​ເຈລະຈາ​ຍຸດ​ທະ​ສາດ​ປ້ອງ​ກັນຊາ​ດ, 2 ຝ່າຍ​ໄດ້​ຊີ້ອອກ​ບັນດາ​ໜ້າ​ທີ່​ຢ່າງ​ລະອຽດ, ​ໃນ​ນັ້ນ​ຊີ້​ແຈ້ງ​ວ່າ ຄວນເຮັດ​ໃຫ້​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ​ໃຫ້​ເລິກ​ເຊິ່ງກວ່າ ​ແລະ ຊຸກ​ຍູ້​ບັນດາ​ເນືອ​ໃນ​ຮ່ວມ​ມື​ໃໝ່​ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ຫວຽດນາມ ​ເຂົ້າ​ຮ່ວມ​ກຳ​ລັງຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ​. ຈີນ​ຢືນຢັນຈະ​ຊ່ວຍ​ຫວຽດນາມ ​ໃນ​ໜ້າ​ທີ່​ໃໝ່​ນີ້ ​ໃນຂົງ​ເຂດ​ຫຼາຍ​ຝ່າຍ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ການ​ຮັກສາ​ສັນຕິພາບ. ທ່ານຮອງ​ລັດຖະມົນຕີ ຫງວຽນ​ຈິ໋ວິ້ງ ກໍ​ໃຫ້​ຮູ້​ວ່າ ທີ່​ການ​ເຈລະຈາ ຫວຽດນາມ ​ໄດ້​ຍົກ​ອອກ​ຂໍ້​ສະ​ເໜີ ບໍ່​ນຳ​ໃຊ້​ອາວຸດ ຫຼື ນາບ​ຂູ່​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຝ່າຍ​ຈີນ ກໍ​ຮັບ​ຮູ້ ​ແລະ ຄົ້ນຄວ້າ​ກ່ຽວ​ກັບບັນຫາ​ນີ້​ຢ່າງ​ເຂັ້ມ​ງວດ.

ຂ່າວ/ບົດ​ອື່ນ