ການສົນທະນາຫາລື ກ່ຽວກັບການປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງຄັ້ງທີ 10

ການສົນທະນາຫາລື ກ່ຽວກັບການປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງຄັ້ງທີ 10 - ảnh 1
(ພາບ: baomoi.com)

“ຕີ​ລາຄາ​ຜົນ​ກະທົບ, ປະສິດທິ​ຜົນ​ຂອງ​ບັນດາ​ວາລະ​​ສົນທະນາ​ຫາລື​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ​ທີ່​ມີ​ຕໍ່​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ ຢູ່​ຫວຽດນາມ” ​ແມ່ນ​ຫົວ​ຂໍ້​ຂອງ​ການສົນທະນາ​​ຫາລື​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ​ຄັ້ງ​ທີ 10 ຖືກ​ຈັດ​ຂຶ້ນ​​ໃນ​ຕອນ​ເຊົ້າ​ວັນ​ທີ 29/11 ຢູ່ ຮ່າ​ໂນ້ຍ.

        ​ແຕ່ປີ 2007 ມາ​ຮອດ​ປະຈຸ​ບັນ, ປະຕິບັດ​ສັນຍາ​ລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ ບັນດາ​ນັກ​ອຸປະຖຳ​ສາກົນ, ຫວຽດນາມ​ໄດ້​ຈັດ​ຕັ້ງ​ 9 ວາລະ​ສົນທະ​ນາ​ຫາລື​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ​ດ້ວຍ​ຫົວ​ຂໍ້​ຕ່າງໆສຳ​ເລັດ​ຜົນ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟູກ​ ຢືນຢັນ​ວ່າ: “ຫວຽດນາມ​ພວມ​ມາ​ນະພະ​ຍາ​ຍາມ​ຜ່ານ​ຜ່າ​ການ​ທ້າ​ທາຍ​ຫຼາຍ​ຢ່າງ​ເພື່ອ​ພັດທະນາ. ພວກ​ຂ້າພະ​ເຈົ້າ​ກໍ່​ຮັບ​ຮູ້​ຢ່າງ​ຈະ​ແຈ້ງວ່າ: ໜຶ່ງ​ໃນ​ບັນດາ​ສິ່ງ​ກີດຂວາງ, ການ​ທ້າ​ທາຍ​ທີ່​ມີ​ຕໍ່​ການ​ພັດທະນາ​ຂອງ​ຫວຍ​ດນາມ​ແມ່ນ​ບັນຫາ​ໄພ​ສໍ້​ລາດ​ບັງ​ຫຼວງ. ທີ່​ການ​ສົນທະນາ​ຫາລືຄັ້ງ​ນີ້, ວົງ​ຄະນະ​ຍາດ​ສາກົນ​ຈະ​ມີ​ຂໍ້​ມູນ​ຂ່າວ​ຢ່າງ​ຄົບ​ຖ້ວນ ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ກົດໝາຍ​ຂອງ​ຫວຽດນາມທີ່​ກ່ຽວຂ້ອງ​ເຖິງ​ການ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ. ບັນດາ​ອົງການ​ຂອງ​ລັດຖະບານ​ກໍ່​ຈະ​ຮັບ​ຟັງ ​ແລະ ຍາມ​ໃດ​ກໍ່ ​ເຄົາລົບ​ຕໍ່ ການ​ປະກອບສ່ວນບັນດາ​ການ​ແບ່ງປັນ, ບັນດາ​ຂໍ້​ລິ​ເລີ່​ມ, ບົດຮຽນ ​ແລະ ຂໍ້​ສະ​ເໜີ​​ແນະຂອງບັນດາ​ຄູ່​ຮ່ວມ​ມື, ​ເພື່ອນ​ມິດສາ​ກົນ ​ເພື່ອ​ສະກັດ​ກັ້ນ ​ແລະ ຍູ້ໃຫ້​ໄພ​ສໍ້​ລາດ​ບັງ​ຫຼວງ​ໃຫ້​ຖອຍ​ໄປ”.

ຂ່າວ/ບົດ​ອື່ນ