ການສົມທົບປົກປັກຮັກສາເຂດຊາຍແດນລະຫວ່າງ2ແຂວງບີ່ງເຟືອກ (ຫວຽດນາມ) ແລະ TaBoong Khmun (ກຳປູເຈຍ)

ການສົມທົບປົກປັກຮັກສາເຂດຊາຍແດນລະຫວ່າງ2ແຂວງບີ່ງເຟືອກ (ຫວຽດນາມ) ແລະ TaBoong Khmun (ກຳປູເຈຍ) - ảnh 1
ທະ​ຫານ​ປ​້ອງ​ກັນ​ຊາຍ​ແດນ ໄປ​ລາ​ດ​ຕາ​ເວນ
(ພາບ: Dương Giang/TTXVN)

 (vovworld)- ​ວັນ​ທີ 26/3, ຢູ່​ແຂວງ ບີ່​ງ​ເຟືອ​ກ, ກອງ​ທະຫານ​ປ້ອງ​ກັນ​​ຊາຍ​ແດນ​ແຂວງ ບີ່​ງ​ເຟືອ​ກ ​ແລະ ​ທະຫານ​ເຂດ​ແຂວງ TaBoong Khmun (ລາຊະ​ອານາຈັກ​ກຳປູ​ເຈຍ) ​ໄດ້​ມີ​ການ​ເຈລະຈາ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​ເຂດ​ຊາຍ​ແດນ​ທີ່​ຕິດ​ພັນ​ລະຫວ່າງ 2 ​ແຂວງ. ທີ່​ການ​ເຈລະຈາ, ບັນດາ​ຜູ້​ແທນ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ເຂດ​ຊາຍ​ແດນ; ​ເພີ່ມ​ທະວີ​ການສົມທົບກັນ​ລາດຕະ​ເວນ​ກວດກາປ້ອງ​ກັນ​ເຂດ​ຊາຍ​ແດນ 2 ຝ່າຍ,​ ປ້ອງ​ກັນບັນດາ​​ເສົາ​ຫຼັກ​ໝາຍ​ເຂດ​ຊາຍ​ແດນຢ່າງ​ໝັ້ນຄົງ, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ເຂດ​ຊາຍ​ແດນ; ສົມທົບ​ກັນ​ສະກັດ​ກັ້ນ​ບັນດາ​ການ​ເຄື່ອນ​ໄຫວ​ລະ​ເມີດຂໍ້​ກຳນົດ​ເຂດ​ຊາຍ​ແດນ… ນອກຈາກ​ນັ້ນ, ​ເພີ່ມ​ທະ​ວີການ​​ເປັນ​ເສນາ​ທິການ​ໃຫ້​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຂອງ 2 ປະ​ເທດ​ໃນ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່, ການ​ສຶກສາ, ຂົນຂວາຍ​ປະຊາຊົນ 2 ຟາກ​ຊາຍ​ແດນ​ປະຕິບັດ​ສັນຍາ, ສົນທິສັນຍາ​​​​ເຊິ່ງລັດ​ຖະ​ບານ 2 ປະ​ເທດ​ໄດ້​​ລົງ​ນາມ​ແລ້ວຢ່າງ​​ເຂັ້ມ​ງວດ; ສ້າງ​ເງື່ອ​ນໄຂ​ໃຫ້​ປະຊາຊົນ 2 ຟາກ​ຊາຍ​ແດນ​ໄປ-ມາ​ຢ້ຽມຢາມ​ພໍ່​ແມ່​ພີ່ນ້ອງ, ​ປິ່ນ​ປົ່ວ​ພະຍາດ ​ແລະ ​ແລກປ່ຽນ​ສິນຄ້າ​ຖືກ​ຕາມ​ຂໍ້​ກຳນົດ​ຂອງ​ລັດຖະບານ 2 ປະ​ເທດ.


ຂ່າວ/ບົດ​ອື່ນ