ການ​ສູ້​ຢັນ​ກັ​ນ​ທາງ​ທະ​ຫານ​ລະ​ຫວ່າງ ຕວັກ​ກີ ແລະ ຊີ​ຣີ​ ພວມ​ປີນ​ຂັ້ນ​ໄດ​ຢ່າງ​ຮ້າຍ​ແຮງ

(VOVWORLD) -ຄວາມເຄັ່ງຕຶງຢ່າງຮ້າຍແຮງໄດ້ເກີດຂຶ້ນ ຢູ່ ເຂດທາງທິດຕາເວັນຕົກສ່ຽງເໜືອ ຊີຣີໃນຊຸມວັນທີ່ຜ່ານມາ ດ້ວຍບັນດາການຍິງປືນໃຫຍ່ ແລະ ບຸກໂຈມຕີໂຕ້ຕອບກັນລະຫວ່າງ ກອງທັບສອງປະເທດ ຊີຣີ ແລະ ຕວັກກີ. 
ການ​ສູ້​ຢັນ​ກັ​ນ​ທາງ​ທະ​ຫານ​ລະ​ຫວ່າງ ຕວັກ​ກີ ແລະ ຊີ​ຣີ​ ພວມ​ປີນ​ຂັ້ນ​ໄດ​ຢ່າງ​ຮ້າຍ​ແຮງ - ảnh 1 ເຫດຍິງປືນໃຫຍ່ຂອງ ຕວັກກີ (ພາບ: AFP/TTXVN)

ວັນທີ 3 ກຸມພາ, ບັນດາກຳລັງຕວັກກີ ໄດ້ດຳເນີນການບຸກໂຈມຕີເພື່ອແນໃສ່ໂຕ້ຕອບການຍິງປືນໃຫຍ່ກ່ອນໜ້ານັ້ນຂອງບັນດາກຳລັງລັດຖະບານຊີຣີເລັ່ງໃສ່ພົນທະຫານຂອງປະເທດຕວັກກີ ຢູ່ເຂດ Idlib ທາງພາກເໜືອຊີຣີ, ເຮັດໃຫ້ພົນທະຫານຕວັກກີ4 ຄົນ ເສຍຊີວິດ ແລະ ຖືກຮັບບາດເຈັບ 9 ຄົນ. ແຫຼ່ງຂ່າວທາງການຂອງຕວັກກີຢັ້ງຢືນວ່າ: ບັນດາກຳລັງປະເທດນີ້ນຳໃຊ້ປືນໃຫຍ່ ແລະ ເຮືອບິນສູ້ຮົບ F16 ໃນການບຸກໂຈມຕີໂຕ້ຕອບ, ເຮັດໃຫ້ພົນທະຫານຊີຣີເສຍຊີວິດຢ່າງໜ້ອຍສຸດ 30 ຄົນ.

        ບັນດາເຫດບຸກໂຈມຕີນີ້ແມ່ນບາດກ້າວປີນຂັ້ນໄດຫຼ້າສຸດລະຫວ່າງບັນດາກຳລັງຊີຣີ ແລະ ຕວັກກີໃນໄລຍະທີ່ຜ່ານມາ. ຕໍ່ໜ້າຄວາມຄັ່ງຕຶງເພີ່ມຂຶ້ນສູງນັ້ນ ທ່ານ Erdogan ປະທານາທິບໍດີ ຕວັກກີ ໄດ້ກ່າວເຕືອນວ່າ Ankara ພວມຄ່ອຍໆໝົດຄວາມອົດທົນກັບບັນດາການກະທຳບຸກໂຈມຕີຂອງ ບັນດາກຳລັງຊີຣີ ແລະ ຕວັກກີ ອາດຈະເປີດບັ້ນຮົບທາງການທະຫານຢູ່ແຂວງ Idlib ຖ້າຫາກວ່າສະພາບການໃນປັດຈຸບັນບໍ່ໄດ້ຮັບການປັບປຸງ.

        ຕໍ່ໜ້າສະພາບການດັ່ງກ່າວ, ຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນໄດ້ອອກສຽງຮຽກຮ້ອງບັນດາຝ່າຍຈົ່ງອົດກັ້ນ, ຫຼີກລ້ຽງການເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ. ວັນທີ 3 ກຸມພາ, ທ່ານ Stephane Dujarric ໂຄສົກ ສປຊ ໃຫ້ຮູ້ວ່າ ທ່ານເລຂາທິການໃຫຍ່ ສປຊ Antonio Guterres ມີຄວາມວິຕົກກັງວົນທີ່ສຸດກ່ຽວກັບສະພາບການປະທະກັນທີ່ຜ່ານມາລະຫວ່າງ ບັນດາກຳລັງຕວັກກີ ແລະ ຊີຣີຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອຊີຣີ. ທ່ານ ເລຂາທິການໃຫຍ່ ຖືວ່ານີ້ ແມ່ນ “ໄພນາບຂູ່ເຖິງສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ແລະ ສາກົນ”, ຮຽກຮ້ອງໃຫ້ບັນດາຝ່າຍຢຸດຕິສະພາບການດັ່ງກ່າວຢ່າງທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ