ການສອບເສັງ Olympic ຟີຊິກສາດ ທົ່ວປະເທດ

(VOVWORLD) - ເຊິ່ງດຳເນີນແຕ່ວັນທີ 17 – 20 ເມສາ, ການສອບເສັງ Olympic ຟີຊິກສາດນັກສຶກສາທົ່ວປະເທດຄັ້ງທີ 22 ຖືກໄຂຂຶ້ນໃນຕອນບ່າຍວັນທີ 17 ເມສາ ຢູ່ມະຫາວິທະຍາໄລຊົນລະປະທານ ດ້ວຍການເຂົ້າຮ່ວມສອບເສັງຂອງ 42 ທິມທີ່ມາຈາກບັນດາໂຮງຮຽນຕ່າງໆ.
ການສອບເສັງ Olympic ຟີຊິກສາດ ທົ່ວປະເທດ - ảnh 1ພາບປະກອບ/ giaoduc.vn

ການສອນເສັງແນໃສ່ຊຸກຍູ້, ຍົກສູງຄຸນນະພາບການຮຽນ - ການສອນວິຊາຟີຊິກສາດ ຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລ, ສະຖາບັນ, ພ້ອມທັງຊອກຫາ, ພົບເຫັນຜູ້ທີ່ມີຄວາມເກັ່ງກ້າສາມາດໜຸ່ມ ທີ່ມີຄວາມເມົາມົວຕໍ່ການຮ່ຳຮຽນ ແລະ ຄົ້ນຄວ້າຟີຊິກສາດ. ທ່ານສາດສະດາຈານ ຫງວຽນຈູງຫວຽດ ໃຫ້ຮູ້ວ່າ:

      ມະຫາວິທະຍາໄລຊົນລະປະທານໃຫ້ຄຳໝັ້ນສັນຍາວ່າ ຈະສ້າງທຸກເງື່ອນໄຂສະດວກທີ່ສຸດ, ຮັບປະກັນໃຫ້ການສອບເສັງດຳເນີນໄປຢ່າງປອດໄພ, ໂບ່ງໃສ, ຮັບປະກັນລັກສະນະຍຸຕິທຳໃຫ້ບັນດານັກຮຽນທີ່ມາຈາກ 42 ໂຮງຮຽນ. ໄປຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າຍັງສ້າງເງື່ອນໄຂໃຫ້ແກ່ບັນດານັກຮຽນເຂົ້າຮ່ວມການສອບເສັງໄປຢ້ຽມຢາມນະຄອນຫລວງ ແລະ ບັນດາໂຮງຮຽນຕ່າງໆ.

        ການສອບເສັງແມ່ນການເຄື່ອນໄຫວປະຈຳປີໂດຍກະຊວງສຶກສາ ແລະ ບຳລຸງສ້າງ, ສະມາຄົມຟີຊິກສາດ ຫວຽດນາມ ແລະ ບັນດາມະຫາວິທະຍາໄລ, ວິທະຍາໄລໃນທົ່ວປະເທດຈັດຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ