ການສອບເສັງ “ເພື່ອນຮູ້ຫຍັງແດ່ ກ່ຽວກັບ ຫວຽດນາມ” ໄດ້ກັບຄືນສູ່ທ່ານຜູ້ຟັງ VOV

(VOVWORLD) - ປີ 2020 ແມ່ນປີຖ້ວນຂອງຫຼາຍເຫດການສຳຄັນຍິ່ງຂອງ ຫວຽດນາມ ເວົ້າລວມ ແລະ ຂອງວິທະຍຸກະຈາຍສຽງ ຫວຽດນາມ ເວົ້າສະເພາະ. 

ເນື່ອງໃນໂອກາດນີ້, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດການສອບເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ທີ່ສະຫງວນໃຫ້ແກ່ຜູ້ຟັງທຸກໆທ່ານ ຂອງວິທະຍຸກະຈາຍສຽງ ຫວຽດນາມເຊິ່ງແມ່ນຊາວຕ່າງປະເທດຢູ່ທຸກໆທະວີບໃນໂລກ ແລະ ຊາວ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ຕ່າງປະເທດ.

ການສອບເສັງໄດ້ຈັດຕັ້ງ 5 ປີເທື່ອໜຶ່ງ ແລະ ແມ່ນເຫດການທີ່ທ່ານຜູ້ຟັງເປັນຈຳນວນຫລວງຫລາຍມີຄວາມຄອງຄອຍໃນຕະຫລອດໄລຍະຜ່ານມາ. ເມື່ອຮູ້ຂ່າວວ່າ VOV ສືບຕໍ່ຈັດຕັ້ງການສອບເສັງ “ເພື່ອນຮູ້ຫຍັງແດ່ ກ່ຽວກັບຫວຽດນາມ”ປີ 2020, ທ່ານຜູ້ຟັງຫລາຍຄົນໃຫ້ຮູ້ວ່າ ການສອບເສັງຈະປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ ຕື່ມອີກ.

ໃນໄລຍະດຳເນີນການສອບເສັງ, ແຕ່ວັນທີ 15 ມີນາ 2020 - ວັນທີ 30 ສິງຫາ ປີ 2020, ທຸກໆອາທິດ, VOV ຍາມໃດກໍ່ສະໜອງຂໍ້ມູນກ່ຽວກັບການເສັງ ກໍ່ຄືການເຈາະຈີ້ມບັນດາຄຳຕອບ ຕາມການສະເໜີຂອງທ່ານຜູ້ຟັງຜ່ານທາງລາຍການ “ໂອ້ລົມກັບເພື່ອນລາວ”. ບັນດາຂໍ້ມູນທີ່ມີປະໂຫຍດໄດ້ອອກອາກາດໄປໃນລາຍການດັ່ງກ່າວ ບໍ່ພຽງແຕ່ຊ່ວຍໃຫ້ທ່ານຜູ້ຟັງ ສຳເລັດບົດເຂົ້າຮ່ວມການສອບເສັງເທົ່ານັ້ນ ຫາກຍັງໄດ້ອັບເດດຄວາມຮູ້ໃໝ່ກ່ຽວກັບປະເທດຊາດ, ຊາວ ຫວຽດນາມ ເວົ້າລວມ ແລະ VOV ເວົ້າສະເພາະອີກດ້ວຍ.

ຄະນະຈັດຕັ້ງການສອບເສັງຈະມອບການໄປທ່ອງທ່ຽວ ຫວຽດນາມ ໂດຍບໍ່ເສຍຄ່າໃຫ້ທ່ານຜູ້ຟັງ 3 ທ່ານທີ່ມີບົດສອບເສັງດີທີ່ສຸດໃນການສອບເສັງປີນີ້.  ພ້ອມກັນນັ້ນ ກໍ່ມີຫລາຍລາງວັນທີ່ຈັບໃຈສະຫງວນໃຫ້ຜູ້ເຂົ້າຮ່ວມ. VOV  ຂໍອວຍພອນໃຫ້ບັນດາທ່ານປະສົບຜົນສຳເລັດຢ່າງຈົບງາມໃນການເຂົ້າຮ່ວມການສອບເສັງນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ