ການສູ້ຮົບຢູ່ ຊູດັງ ຍັງຜັນແປສັບສົນ, ໂລກອາຣັບ ຮຽກຮ້ອງປະຕິບັດຄຳສັ່ງຢຸດຍິງໃນທັນທີ

(VOVWORLD) - ບັນດາການປະທະກັນຄັ້ງຫຼ້າສຸດເກີດຂຶ້ນໃນສະພາບການທີ່ສອງຄະນະປະຕິບັດງານຕາງໜ້າຂອງກອງທັບ ຊູດັງ ແລະ ກຳລັງປະຕິກີລີຍາໄວ ໄດ້ໄປຍັງນະຄອນ Jeddah  ຂອງປະເທດ ອາຣັບບິ ຊາອຸດິ
ການສູ້ຮົບຢູ່ ຊູດັງ ຍັງຜັນແປສັບສົນ, ໂລກອາຣັບ ຮຽກຮ້ອງປະຕິບັດຄຳສັ່ງຢຸດຍິງໃນທັນທີ - ảnh 1ປະຊາຊົນລຽນແຖວເພື່ອຊື້ເຄື່ອງກິນຢູ່ຊູດານ
(ພາບ:AFP)

ວັນທີ 15 ກໍລະກົດ, ການສູ້ຮັບຍັງສືບຕໍ່ເກີດຂຶ້ນຢ່າງຮຸ້ນແຮງຢູ່ຫຼາຍເຂດໃນຊູດັງ ລະຫວ່າງກອງທັບແຫ່ງຊາດ ແລະ ກຳລັງຄູ່ຕໍ່ສູ້ທີ່ມີຊື່ວ່າ ກຳລັງປະຕິກິລີຍາໄວ (RSF). ໃນຂະນະນັ້ນ, ຫຼາຍປະເທດ ອາຣັບ ສືບຕໍ່ໄດ້ຮຽກຮ້ອງການປະຕິບັດຄຳສັ່ງຢຸດຍິງໃນທັນທີ ເພື່ອແນໃສ່ສ້າງແລວການເຄື່ອນໄຫວມະນຸດສະທຳກໍ່ຄືເປີດໂອກາດເຈລະຈາເພື່ອຢຸດຕິການປະທະກັນຢູ່ ຊູດັງ.

          ການປະທະກັນທີ່ດຸເດືອດທີ່ສຸດໄດ້ຖືກຮັບຮູ້ແມ່ນຢູ່ລັດ Omdurman. ໃນນັ້ນ, ການຜັນແປ ທີ່ເປັນໜ້າສົນໃຈນັ້ນແມ່ນເລື່ອງບັນດາມືປືນຂອງ ກຳລັງ RSF ໄດ້ນຳໃຊ້ເຮືອບິນບໍ່ມີຄົນຂັບ (UAV) ໄດ້ຍິງໃສ່ໂຮງໝໍແຫ່ງໜຶ່ງຢູ່ລັດນີ້ ເຮັດໃຫ້ເກືອບ 30 ຄົນເສຍຊີວິດ ແລະ ຮັບບາດເຈັບ, ເປັນຕົ້ນແມ່ນສາມັນຊົນ. ກະຊວງການຕ່າງປະເທດ ຊູດັງ ໄດ້ອອກແຈ້ງການກ່າວຫາ RSF ກໍ່ໂທດກຳສົງຄາມ ເມື່ອປະຕິບັດບັນດາການບຸກໂຈມຕີເຮັດໃຫ້ສາມັນຊົນເສຍຊີວິດ.

                   ບັນດາການປະທະກັນຄັ້ງຫຼ້າສຸດເກີດຂຶ້ນໃນສະພາບການທີ່ສອງຄະນະປະຕິບັດງານຕາງໜ້າຂອງກອງທັບ ຊູດັງ ແລະ ກຳລັງປະຕິກີລີຍາໄວ ໄດ້ໄປຍັງນະຄອນ Jeddah  ຂອງປະເທດ ອາຣັບບິ ຊາອຸດິ ເພື່ອດຳເນີນການເຈລະຈາກ່ຽວກັບເລື່ອງກ້າວໄປເຖິງຄຳສັ່ງຢຸດຍິງໃໝ່. ໃນຂະນະນັ້ນ, ບັນດາປະເທດ ອາຣັບ ສືບຕໍ່ຮຽກຮ້ອງການປະຕິບັດສຳສັ່ງຢຸດຍິງໃນທັນທີ ແລະ ຫຼັງຈາກນັ້ນແມ່ນຂໍ້ຕົກລົງສັນຕິພາບໃຫ້ແກ່ການປະທະກັນທີ່ນອງເລືອດທີ່ໄດ້ກ້າວເຂົ້າສູ່ເດືອນທີ 4 ຢູ່ ຊູດັງ. ບັນດາປະເທດ ອາຣັບ ໄດ້ຮຽກຮ້ອງຮັບປະກັນຜືນແຜ່ນດິນອັນຄົບຖ້ວນ ແລະ ຄັດຄ້ານທຸກການກະທຳແຊກແຊງຈາກພາຍນອກເຂົ້າການປະທະກັນໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ