ການສູ້ຮົບສືບຕໍ່ຜັນແປ ໄປຢ່າງເຄັ່ງຕຶງຢູ່ ຢູແກຼນຕາເວັນອອກ


ການສູ້ຮົບສືບຕໍ່ຜັນແປ ໄປຢ່າງເຄັ່ງຕຶງຢູ່ ຢູແກຼນຕາເວັນອອກ - ảnh 1

ປະຊາຊົນ​ຢູ​ແກຼນຍົກຍ້າຍ​ໄປ​ລັດ​ເຊຍ

(ພາບ: Daily Mail)

(vovworld)- ສະພາບ​ການ​ສູ້​ຮົບຢູ່ບັນດາ​ແຂວງ​ພາກ​ຕາ​ເວັນ​ອອກ​ຢູ​ແກຼນ ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ເຄັ່ງ​ຕຶງ​ໃນ​ວັນ​ທີ 21/7. ການ​ປະ​ທະ​ກັນ​ຢ່າງ​ດຸ​ເດືອດ​ລະຫວ່າງ​ທະຫານ​ລັດຖະບານ ​ແລະ ບັນດາ​ມື​ປືນ​ເກີດ​ຂຶ້ນ​ຢູ່​ສະຖານີ​ລົດ​ໄຟ​ແຫ່ງ 1 ທີ່​ໃຈກາງນະຄອນ Donestk ຊື່​ງ​ເຄີຍ​ເປັນ​ກຳ​ແພງ​ຂອງ​ກຳລັງ​ມີ​ແຜນ​ນະ​ໂຍບາຍ​ຫັນ​ຢູ​ແກຼນເປັນ​ສະຫະພັນຊື່​ງກີ​ແອບ​ຖື​ວ່າ​ແມ່ນ​ການ​ກໍ່​ການ​ຮ້າຍ. ບັນດາ​ຕົວ​ພະຍານ​ຫຼັກ​ຖານ​ໃຫ້​ຮູ້​ວ່າ, ​ເຂົາ​ເຈົ້າ​ໄດ້ເຫັນ​ຄວັນຢູ່​ທ້ອງຟ້າ ​ແລະ ​ໄດ້​ຍິນ​ສຽງ​ລະ​ເບີດ​ແຕກ​ມໍ່​ກັບ​ເຂດ​​ເກີດການປະ​ທະ​ກັນ. ກຳລັງ​ທະຫານ​ລາດ​ທ້ອງ​ຖິ່ນ​ໄດ້​ປິດ​ລ້ອມ​ບັນດາ​ເສັ້ນ ທາງ​ຢູ່​ເຂດ​ຕິດ​ກັບ​ນະຄອນ ​ໃນ​ຂະນະ​ທີ່​ປະຊາຊົນ​ເສຍ​ຂວັນ​ແລ່ນ​ອອກ​ຈາກ​ເຂດ​ເກີດ​ເຫດ. ອຳນາດ​ການ​ປົກຄອງ​ປະ​ເທດ​ສາທາລະນະ​ລັດ​ປະຊາຊົນ Donestk ​ໄດ້​ກ່າວ​ເຕືອນ​ປະຊາຊົນ​ບໍ່​​ໃຫ້ໄປ​ເຖິງ​ບ່ອນ​ທີ່ເກີດ​ການ​ປະ​ທະ​ກັນ​ເພື່ອ​ຫຼີກ​ລ້ຽງ​ຄວາມ​ບາດ​ເຈັບ​ລົ້ມຕາຍ. ບັນດາ​ມື​ປືນ​ທະຫານ​ລາດ​ກໍ່​ປະກາດ​ມີ​ລົດ​ຖັງ ​ແລະ ລົດ​ຫຸ້ມ​ເກາະ​ຂອງ​ທະຫານ​ລັດຖະບານ ຢ່າງ​ໜ້ອຍສຸດ 4 ຄືນພວມ​ຊອກ​ຫາ​ວິທີ​ແຊກ​ຊືມ​​ເຂົ້ານະຄອນ./.
ຂ່າວ/ບົດ​ອື່ນ