ການສະຫລຸບຂອງທ່ານນາຍົກລັດຖະມົນຕີທີ່ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂຄວິດ-19

(VOVWORLD) - ຫ້ອງວ່າການລັດຖະບານ ໄດ້ປະກາດການສະຫລຸບຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກທີ່ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ເຊິ່ງດຳເນີນໃນຕອນເຊົ້າວັນທີ 25 ກໍລະກົດ.
ການສະຫລຸບຂອງທ່ານນາຍົກລັດຖະມົນຕີທີ່ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂຄວິດ-19 - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)

ເນື້ອໃນການສະຫລຸບຊີ້ແຈ້ງວ່າ: ໂລກລະບາດຍັງສືບຕໍ່ຜັນແປຢ່າງສັບສົນໃນທົ່ວໂລກ ແລະ ຫວຽດນາມ ໄດ້ກວດພົບມີຜູ້ຕິດເຊື້ອໃໝ່ໃນຊຸມຊົນ. ບັນດາກະຊວງ,ຂະແໜງການ, ຄະນະກຳມະການປະຊາຊົນບັນດາທ້ອງຖິ່ນ, ບັນດາອົງການຈັດຕັ້ງ, ບຸກຄົນຄວນປະຕິບັດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃນສະພາບການໃໝ່ຢ່າງເຂັ້ມງວດ.

ຂະແໜງສາທາລະນະສຸກ ຄວນສຸມໃສ່ຊີ້ນຳປະຕິບັດການປ້ອງກັນ ສະກັດກັ້ນໃນທົ່ວປະເທດ; ເພີ່ມທະວີການຕິດຕາມກວດກາ, ເອົາຕົວຢ່າງວິໄຈສຳລັບທຸກກໍລະນີທີ່ມີອາການຕິດເຊື້ອອັກເສບປອດ, ບັນດາກໍລະນີຖືກສົງໃສຕິດເຊື້ອ, ກວດພົບຢ່າງທັນການ, ແຍກຕົວ, ຜັນຂະຫຍາຍໝູນໃຊ້ບັນດາຂັ້ນຕອນປິ່ນປົວຢ່າງມີປະສິດທິຜົນ ພ້ອມທັງສືບຕໍ່ໜູນຊ່ວຍເຕັກນິກລະຫວ່າງບັນດາໂຮງໝໍ ເພື່ອຈຳກັດກໍລະນີເສຍຊີວິດຍ້ອນໂຄວິດ-19 ຢູ່ໃນລະດັບຕ່ຳສຸດ..

         ບັນດາກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການຕ່າງປະເທດ ສືບຕໍ່ຊີ້ນຳການຈັດຕັ້ງປະຕິບັດເລື່ອງຄວບຄຸມບັນດາກໍລະນີເຂົ້າເມືອງ ຫວຽດນາມ ຢ່າງເຂັ້ມງວດ

ຕອບກັບ

ຂ່າວ/ບົດ​ອື່ນ