ການສະແດງວາດຟ້ອນ ບູຮານທັງລອງ-ຮ່າໂນ້ຍ ຄັ້ງທີ 4


ການສະແດງວາດຟ້ອນ ບູຮານທັງລອງ-ຮ່າໂນ້ຍ ຄັ້ງທີ 4 - ảnh 1

(ພາບ: nhandan.com.vn)

(vovworld)- ​​​ ຕອນ​ຄ່ຳວັນ​ທີ 13/2, ການສະ​ແດງ​ວາດ​ຟ້ອນ​ບູຮານ​ທັງ​ລອງ-​ຮ່າ​​ໂນ້ຍຄັ້ງທີ 4 ​ໂດຍ​ສະມາຄົມ​ນັກ​ສິລະ​ປິນຟ້ອນ​ຮ່າ​ໂນ້ຍ ຈັດ​ຂຶ້ນ​ຢູ່​ອະນຸສາວະລີ​ລີ​ທາຍ​ໂຕ້ ​ແຄມ​ໜອງ​ຮ່ວານ​ກຽມ-​ຮ່າ​ໂນ້ຍ. ທ່ານ​ນາງ​ຕອງ​ທິຟອງ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ໄດ້​ເຂົ້າຮ່ວມ. ການສະ​ແດງ​ວາດ​ຟ້ອນ​ບູຮານ​ທັງ​ລອງ-​ຮ່າ​​ໂນ້ຍຄັ້ງນີ້ ​ໄດ້​ສະ​ແດງ 8 ວາດ​ຟ້ອນ​ບູຮານ ​​ໂດຍ​ແບ່ງ​ເປັນ 2 ພາກ: ບັນດາ​ວາດ​ຟ້ອນ​ໃນ​ງານ​ບຸນ​ຈິດ​ວິນ​ຍານ, ການ​ເຫຼື້ອມ​ໃສ ​ແລະ​ ບັນດາ​ວາດ​ຟ້ອນ​ໃນ​ງານ​ບຸນ​ປະ​ເພນີ ຊື່​ງ​ໄດ້​ດຶງ​ດູດ​ການ​ຮັບ​ຊົມ​ຂອງ ປຊຊ ນະຄອນຫຼວງ ​ແລະ ​ແຂກ​ທ່ອງ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ທ່ານ​ປະທານ​ສະຫະພັນ​ສິລະ​ປະ​ວັນນະຄະດີ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ນັບ​ແຕ່​ນີ້​ຮອດ​ປີ 2015, ຮ່າ​ໂນ້ຍ ຈະ​ແນະນຳ​ກັບ ປຊຊ ທົ່ວ​ປະ​ເທດ ​ແລະ ​ເພື່ອນ​ມິດສາ​ກົນ​ລາຍການ​ຟ້ອນ​ທີ່​ເປັນ​ເອກະລັກ​ພິ​ເສດສະ​ເພາະ​ປະມານ 35-40 ລາຍການ./.

 

ຂ່າວ/ບົດ​ອື່ນ