ການສະແດງແລະມອບລາງວັນງານມະໂຫລານ “ທຳນອງເພງຂອງເດັກ 2017”

(VOVWORLD) -ຕອນຄ່ຳວັນທີ 29 ພຶດສະພາ, ຢູ່ສູນກະຈາຍສຽງແຫ່ງຊາດ (ເຮືອນເລກທີ 58, ຖະໜົນ ກວ໋ານຊື໋, ຮ່າໂນ້ຍ), ລະບົບລາຍການດົນຕີ, ຂ່າວ, ບັນເທິງ (VOV3), ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ຈັດການສະແດງ ແລະ ມອບລາງວັນ ງານມະໂຫລານ “ທຳນອງເພງຂອງເດັກ 2017”. 
ການສະແດງແລະມອບລາງວັນງານມະໂຫລານ “ທຳນອງເພງຂອງເດັກ 2017” - ảnh 1(ທຳນອງເພງຂອງເດັກ 2017) 

ງານມະໂຫລານແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງລາຍການເພງຂອງເຍົາວະຊົນ ໃນຄື້ນວິທະຍຸກະຈາຍສຽງຫວຽດນາມ ແລະ 60 ປີແຫ່ງວັນສ້າງຕັ້ງ ກຸ່ມທຳນອງເພງຂອງເດັກ VOV. ດ້ວຍຫົວຂໍ້ວ່າ “ນ້ອງຮັກເຂດທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ”, ລາຍການທຳນອງເພງຂອງເດັກ 2017 ແມ່ນວັນບຸນຮ້ອງລຳທຳເພງຂອງເຍົາວະຊົນຫວຽດນາມ ມຸ່ງໄປສູ່ບ້ານເກີດເມືອງນອນປະເທດຊາດ.

        ໃນງານມະໂຫລານຄັ້ງນີ້, ຄະນະຈັດຕັ້ງໄດ້ມອບລາງວັນຄຳ 10 ລາງວັນ, ລາງວັນເງິນ 8 ລາງວັນ ແລະ ລາງວັນທອງ 2 ລາງວັນໃຫ້ບັນດາລາຍການສະແດງດີເດັ່ນ. ນອກນັ້ນ, ຍັງມີ 8 ລາງວັນທົ່ວຄະນະ, ໃນນັ້ນລາງວັນທີໜຶ່ງແມ່ນຂຶ້ນກັບໂຮງເຍົາວະຊົນແຂວງເຊີນລາ.

ຕອບກັບ

ຂ່າວ/ບົດ​ອື່ນ