ການສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ ​ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ

(VOVWORLD) -ປຶ້ມ “ບໍ່ມີຫຍັງທີ່ບໍ່ສາມາດເຮັດໄດ້: ວິວັດທະນາການໄກ່ເກ່ຍລະຫວ່າງ ອາເມລິກາ ແລະ ຫວຽດນາມ” ຂອງທ່ານອະດີດເອກອັກຄະລັດຖະທູດ Ted Osius ແມ່ນເອກະສານທາບທາມທີ່ຫາຍາກ ສຳລັບວົງການນັກຄົ້ນຄວ້າ, ນັກປະຫວັດສາດ, ນັກຮຽນຮູ້, ນັກສຶກສາ ແລະ ບຸກຄົນທີ່ເຮັດວຽກໂດຍກົງກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ.
ການສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ ​ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ - ảnh 1ທ່ານອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Ted Osius ກັບໜ້າປົກຂອງປຶ້ມ (ພາບ: VOV)

ວັນທີ 10 ສິງຫາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຮ່າກິມງອກ ໄດ້ເຂົ້າຮ່ວມພິທີສະເໜີຕໍ່ຜູ້ອ່ານທາງອອນລາຍປຶ້ມອ່ານມີຊື່ວ່າ “ບໍ່ມີຫຍັງທີ່ບໍ່ສາມາດເຮັດໄດ້: ວິວັດທະນາການໄກ່ເກ່ຍລະຫວ່າງ ອາເມລິກາ ແລະ ຫວຽດນາມ” ຂອງທ່ານອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Ted Osius.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດ ຮ່າກິມງອກ ຖືວ່າ ປຶ້ມເຫຼັ້ມນີ້ຂອງທ່ານອະດີດເອກອັກຄະລັດຖະທູດ Ted Osius ແມ່ນເອກະສານທາບທາມທີ່ຫາຍາກ ສຳລັບວົງການນັກຄົ້ນຄວ້າ, ນັກປະຫວັດສາດ, ນັກຮຽນຮູ້, ນັກສຶກສາ ແລະ ບຸກຄົນທີ່ເຮັດວຽກໂດຍກົງກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ. ທ່ານເອກອັກຄະລັດຖະທູດ ຮ່າກິມງອກ ເນັ້ນໜັກເຖິງສານຂອງປຶ້ມເຫຼັ້ມນີ້ ແມ່ນມີຄວາມໝາຍ ແລະ ຄວາມສຳຄັນໃນການສ້າງຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບເຊິ່ງກັນແລະກັນ, ພິເສດ ແມ່ນເຄົາລົບລະບອບການເມືອງຂອງກັນ, ຜ່ານນັ້ນ ຊຸກຍູ້ວຽກງານໄກ່ເກ່ຍ ແລະ ຮ່ວມມືລະຫວ່າງສອງຊາດ.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ