ການ​ສ້າງ​ເຂດ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ, ລູ້ລ່ວງ, ມີ​ສະ​ຖຽນ​ລະ​ພາບ ລະ​ຫວ່າງ ຫວຽດ​ນາມ - ຈີນ ແມ່ນ​ສຳ​ຄັນ​ທີ່​ສຸດ

(VOVWORLD) -ຕອນບ່າຍວັນທີ 3 ພະຈິກ, ໃນໂຄງການເຂົ້າຮ່ວມພິທີສະເຫຼີມສະຫຼອງ ການສ້າງຕັ້ງແຂວງລ້າງເຊີນຄົບຮອບ 190 ປີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ລ້າງເຊີນ.

ການ​ສ້າງ​ເຂດ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ, ລູ້ລ່ວງ, ມີ​ສະ​ຖຽນ​ລະ​ພາບ ລະ​ຫວ່າງ ຫວຽດ​ນາມ - ຈີນ ແມ່ນ​ສຳ​ຄັນ​ທີ່​ສຸດ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການເຮັດວຽກ

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາວ່າ ລ້າງເຊີນມີທີ່ຕັ້ງສະດວກທີ່ສຸດ ໃຫ້ແກ່ບັນດາກະແສການຄ້າ ແລະ ການລົງທຶນ, ມີທ່າແຮງດ້ານເສດຖະກິດ່ານຊາຍແດນ ດັ່ງນັ້ນ ທາງແຂວງຕ້ອງສຸມໃສ່ຂຸດຄົ້ນຢ່າງແຮງນີ້. ທ່ານປະທານປະເທດ ກໍ່ຮຽກຮ້ອງໃຫ້ແຂວງສືບຕໍ່ເອົາໃຈໃສ່ເປັນພິເສດເຖິງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສະກັດກັ້ນອາດຊະຍາກຳທຸກຊະນິດຄື: ການຄ້າເຖື່ອນ, ສໍ້ໂກງການຄ້າ ໂດຍໄວ ເປັນຕົ້ນແມ່ນໄລຍະທ້າຍປີ. ທາງທ້ອງຖິ່ນຕ້ອງມີບັນດາມາດຕະການເປັນເຈົ້າການ ແລະ ເໝາະສົມກ່ວາອີກ ໃນການຈໍລະຈອນສິນຄ້າສົ່ງອອກນຳເຂົ້າ.

ທີ່ການເຮັດວຽກ, ທ່ານປະທານປະເທດຊີ້ແຈ້ງວ່າ, ຈີນແມ່ນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານກັບ ຫວຽດນາມ, ມີການພົວພັນປະຫວັດສາດອັນຍາວນານ, ດັ່ງນັ້ນເລື່ອງສ້າງເຂດຊາຍແດນແຫ່ງສັນຕິພາບ, ລູ້ລ່ວງ, ມີສະຖຽນລະພາບ ແລະ ພັດທະນາ ລະຫວ່າງ ສອງປະເທດ ແມ່ນສຳຄັນທີ່ສຸດ. ທ່ານປະທານປະເທດສະເໜີໃຫ້ບັນດາຄະນະ, ຂະແໜງການທີ່ມີຄວາມຮັບຜິດຊອບ ແລະ ທາງແຂວງ ລ້າງເຊີນຄວນສືບຕໍ່ຍົກສູງຄວາມຮັບຜິດຊອບໃນການສ້າງ, ຮັກສາ ແລະ ເສີມຂະຫຍາຍການພົວພັນມິດຕະພາບ, ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບແຂວງ ກ໋ວາງຊີ ແລະ ບັນດາກຳລັງທີ່ມີໜ້າທີ່ຄວາມຮັບຜິດຊອບຂອງ ຈີນ, ເພີ່ມທະວີບັນດາການເຄື່ອນໄຫວພົວພັນແລກປ່ຽນລະຫວ່າງຂະແໜງ, ຂົງເຂດ, ເພີ່ມທະວີ ສົມທົບກັນຮັບປະກັນການລຸ້ລ່ວງໃນເຂດດ່ານຊາຍແດນ, ຮັບໃຊ້ໃຫ້ປະຊາຊົນ ແລະ ວິສາຫະກິດໃຫ້ເປັນຢ່າງດີທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ