ການສຳມະນາ 60 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ຢູ່ ຝລັ່ງ

ການສຳມະນາ 60 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ຢູ່ ຝລັ່ງ - ảnh 1
ການສຳ​ມະ​ນາ 60 ປີ​ແຫ່ງ​ວັນ​ໄຊຊະນະ ດ້ຽນບຽນຝູ
(ພາບ: Vietnam+)


(vovworld) - ວັນ​ທີ 5/4, ທີ່​ຫໍພິພິທະ​ພັນ​ປະຫວັດສາດຢູ່​ນະຄອນ Momtreuil, ຊານ​ນະຄອນຫຼວງ Paris, ​ໄດ້​ຈັດ​ຕັ້ງການ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ພົນ​ເອກ ຫວໍ​ງວຽນຢາ​ບ ​ແລະ 60 ປີ​ແຫ່ງ​ວັນ​ໄຊຊະນະ ດ້ຽນບຽນຝູ(7/5/1954 – 7/5/2014)”. ​ ​ນັກ​ປະຫວັດສາດ Alain Ruscio, ອະ​ດີດ​ນັກ​ຂ່າວ​ປະຈຳໜັງສື​ພິມ​ມະນຸດສະທຳ(L’Humanité) ຢູ່ ຫວຽດນາມ ​ແຕ່​ປີ 1978 – 1980 ​ແລະ ທ່ານ​ອະ​ດີດ​ເອກອັກຄະ​ລັດຖະທູດ ຝລັ່ງ ປະຈຳ​ ຫວຽດນາມ ປີ 1989 – 1993 Claude Blanchemaison ເປັນ​​ເຈົ້າພາບ​ຈັດການ​​ໂອ​ລົມ​ສົນທະນາ. ນັກ​ປະຫວັດສາດ Alain Ruscio ຊີ້​ແຈ້ງ​ສະພາບ​ປະຫວັດສາດ​ກ່ອນ​ບັ້ນຮົບ ດ້ຽນບຽນຝູ, ບົດບາດ​ທີ່ພົ້ນ​ເດັ່ນ​ຂອງ​ນັກ​ຍຸດ​ທະ​ສາດ​ດ້ານ​ການ​ທະຫານ​ທີ່ປິ​ຊາ​ສາມາດ​ຂອງ ຫວຽດນາມ ​ແມ່ນ​ພົນ​ເອກ ຫວໍ​ງວຽນຢາ​ບ ​ແລະ ຄວາມໝາຍຂອງ​ໄຊຊະນະ​ທີ່​ພາ​ໄປ​ເຖິງ​ການລົ້ມທະລາ​ຍຂອງ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ,​ ຂີດໝາຍ​ບາດກ້າວ​ພັດທະນາ​ໃໝ່​ໃຫ້​ແກ່​ຂະ​ບວນການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ ​ແລະ ຂະ​ບວນການຕໍ່ສູ້​ເພື່ອ​ຫຼຸດພົ້ນອອກ​ຈາກ​ແອກ​ຄອບ​ຄອງ​ຂອງລ່າ​ເມືອງ​ຂຶ້ນ​ໃນ​ທົ່ວ​ໂລກ​ໃນ​ຊຸມ​ປີ 60 ຂອງ​ສະຕະວັດ​ກ່ອນ. ນັກ​ການ​ທູດ Claude Blanchemaison ​ເລົ່າຄືນ​ອະນຸສອນອັນ​ເລີກ​ເຊີ່ງ​​ໃນ​ໄລຍະ​ດຳລົງ​ຕຳ​ແໜ່ງ​ເປັນ​ເອກ​ອັກຄະ​ລັດຖະທູດ​ ຝລັ່ງ ປະຈຳ ຫວຽດນາມ ​​ເຊິ່ງ​ແມ່ນໄລຍະທີ່ ຫວຽດນາມ ​ຍັງ​ປະສົບ​ກັບ​ຄວາມ​ຫຍູ້​ງຍາກຫຼ​າຍຢ່າງ ​ແລະ ​ເລີ່​ມຕົ້ນການ​ພົວພັນ​ກັບ​ຕ່າງປະ​ເທດ. ບັນດາ​ຜູ້​​ເຂົ້າຮ່ວມການ​ໂອ້​ລົມ​ສົນທະນາ​ກໍ່​ກ່າວ​ເຖິງ​ການ​ພັດທະນາຂອງ ຫວຽດນາມ ​​ໃນ​ຊຸມ​ປີຫຼັງສົງ​ຄາມ ​ແລະ ສາຍ​ພົວພັນ​ຮ່ວມ​ມື​ທີ່​ດີງາມ​ລະຫວ່າງ​ສອງ​ປະ​ເທດ​ໃນ​​ໄລຍະ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ