ການສຳມະນາ ແນວໂຮມທິດຕາ ເວັນອອກຈາກບັ້ນ ຮົບຊວນໂລກ ເຖິງບັ້ນຮົບໂຮ່ຈີມິນ

ການສຳມະນາ ແນວໂຮມທິດຕາ ເວັນອອກຈາກບັ້ນ ຮົບຊວນໂລກ ເຖິງບັ້ນຮົບໂຮ່ຈີມິນ - ảnh 1
( ພາບ: vietnamplus.vn )

(vovworld) - ຕອນ​ເຊົ້າ​ວັນ​ທີ 24/4, ຢູ່​ແຂວງ​ດົ່ງ​ນາຍ, ກະຊວງ​ປ້ອງ​ກັນ​ປະ​ເທດ​ ແລະ ອົງຄະ​ນະ​ພັກ​ແຂວງ​ດົ່ງ​ນາຍ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ການ​ສຳ​ມະ​ນາ​ວິທະຍາສາດ ”ແນວ​ໂຮມ​ທິດຕາ​ເວັນ​ອອກ - ຈາກ​ບັ້ນ​ຮົບ​ຊວນ​ໂລກ​ ​ເຖິງ​ບັ້ນ​ຮົບ​ໂຮ່ຈີ​ມິນ ປະຫວັດສາດ”, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 37 ປີ ​ແຫ່ງ​ວັນ​ໄຊຊະນະ​ຊວນ​ໂລກ ​ແລະ​ ມະຫາ​ໄຊ​ໃນ​ລະດູບານ​ໃໝ່ 1975. ທີ່​ການ​ສຳ​ມະ​ນາ, ບົດ​ປະກອບ​ຄວາມ​ເຫັນ 20 ບົດ​ໄດ້​ສຸ​ມໃສ່​ເຮັດ​ແຈ້ງ ​ແລະ ​ເລິກ​ເຊິ່ງກວ່າ​ປັດ​ໃຈ​ຕັດສິນຊີ້​ຂາດ ​ເພື່ອ​ຍາດ​ເອົາ​ໄຊຊະນະ​ໃນ​ການ​ບຸກ​ໂຈມ​ຕີ​ຂະໜາດ​ໃຫຍ່​ໃນ​ລະດູບານ​ໃໝ່ 1975 ​ເວົ້າ​ລວມ ກໍ່​ຄືບັ້ນ​ຮົບ​ຊວນ​ໂລກ​ ​ແລະ ບັ້ນ​ຮົບໂຮ່ຈີ​ມິນ​ ​ປະຫວັດສາດ​ເວົ້າ​ສະ​ເພາະ. ຜ່ານ​ນັ້ນ​ໄດ້​ຕີ​ລາຄາ​ຢ່າງ​ພາວະ​ວິ​ໄສ​ກ່ຽວ​ກັບ​ສາຍ​ເຫດ​​​ເພື່ອ​ພາ​ໄປ​ເຖິງ​ໄຊຊະນະ, ຂອບ​ຂະໜາດ, ຄວາມ​ໝາຍ​ປະຫວັດສາດ ​ແລະ​ ຖອດ​ຖອນ​ບັນດາ​ບົດຮຽນ​ທີ່​ມີ​ຄູນ​ຄ່າ, ປະກອບສ່ວນ​ຢ່າງ​ແທດ​ຈິ່ງ​ເຂົ້າ​ໃນ​ການ​ສຶກສາມູນ​ເຊື້ອ​ປະຫວັດສາດ​ໃຫ້​ແກ່​ລຸ້ນໜຸ່ມ. ພົນ​ຕີ Nguyen Tuan Dung, ຮອງ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ເວົ້າ​ວ່າ:

        ”ກ່ອນ​ນີ້ 37 ປີ, ບົນ​ເສັ້ນທາງ​ບຸກ​ເຂົ້າ​ໄຊ​ງ່ອນ, ໜຶ່ງ​ໃນ​ບັນດາ​ບັ້ນ​ຮົບ​ທີ່​ສຳຄັນ ​ແລະ ມີ​ຄວາມ​ໝາຍ​ກຸນ​ແຈ ນັ້ນ​ແມ່ນ​ບັ້ນ​ຮົບ ຊວນ​ໂລກ. ລະບອບ​ອາ​ເມ​ລິ​ກາ ​ແລະ ​ຫຸ່ນ​ໄຊ​ງ່ອນ ​ຖື​ວ່າ ຊວນ​ໂລກ​ແມ່ນ ”ປະຕູ​ເຫຼັກ​ກ້າ”ຢູ່​ທິດຕາ​ເວັນ​ອອກ, ​ແລະ​ໄດ້​ລົງທຶນ​ສຸມ​ໃສ່ກໍ່ສ້າງ​​ແຫ່ງ​ນີ້​ເປັນຖານ​ທີ່​ໝັ້ນ​ສຳຄັນ​ຍິ່ງ.  ດັ່ງ​ນັ້ນ, ​ເມື່ອ​​ປົດ​ປ່ອຍ​ຊວນ​ໂລກ. ພວກ​ເຮົາ​ຕ້ອງ​ມີ​ການ​ເສຍສະຫຼະ​ຢ່າງ​ໃຫຍ່​ຫຼວງ. ຍ້ອນ​ເຫດ​ນັ້ນ, ບັ້ນ​ຮົບ​ຊວນ​ໂລກ​ ຈຶ່ງ​ສວມ​ບົດບາດ​ສຳຄັນ​ທີ່​ສຸດ​ສຳ​ຫຼັບ​ບັ້ນ​ຮົບ​ໂຮ່ຈີ​ມິນ​ ທັງ​ໝົດ​ເວົ້າ​ສະ​ເພາະ ​ແລະ​ການ​ຕໍ່ຕ້ານ​ຕ້ານ​ອາ​ເມ​ລິ​ກາ​ກູ້​ຊາດ​ເວົ້າ​ລວມ”

ຂ່າວ/ບົດ​ອື່ນ