ການສຳມະນາວິທະຍາສາດ ເຕັກໂນໂລຊີ ຮັບໃຊ້ການພັດທະນາເສດຖະກິດ, ສັງຄົມ

ການສຳມະນາວິທະຍາສາດ ເຕັກໂນໂລຊີ ຮັບໃຊ້ການພັດທະນາເສດຖະກິດ, ສັງຄົມ - ảnh 1
ການ​ສຳ​ມະ​ນາ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ​ຮັບ​ໃຊ້​ການ​ພັດທະນາ​
ເສດຖະກິດ, ສັງຄົມຢູ່​ເຂດຕາ​ເວັນ​ຕົກ​ສຽງ​ເໜືອ
( ພາບ: baoyenbai.com.vn )


( vovworld ) –  ​ເພື່ອ​ແນ​ໃສ່​ແລກປ່ຽນ​ບົດຮຽນຕົວ​ຈິງ ​ແລະ ຊອກ​ຮູ້​ຄວາມ​ຕ້ອນ​ການ​ນຳ​ໃຊ້ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ​​ເພື່ອພັດທະນາ​ເສດຖະກິດ, ສັງຄົມຢູ່​ເຂດ​ພູ​ສູງ, ວັນ​ທີ 12/4 ຢູ່​ແຂວງ Yen Bai ​ໄດ້​ດຳ​​ເນີນ​ການ​ສຳ​ມະ​ນາ ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ, ສັງຄົມຢູ່​​ເຂດຕາ​ເວັນ​ຕົກ​ສຽງ​ເໜືອ. ທີ່​ການ​ສຳ​ມະ​ນາ, ບັນດາ​ນັກວິທະຍາສາດ​ໄດ້​ສຸມ​ໃສ່​ປຶກສາ​ຫາລື ​ແລະ ສະໜອງ​ຂໍ້​ມູນ​ຂ່າວ, ໝາກຜົນ​ແຫ່ງ​ການ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ຊັບພະຍາກອນ, ສິ່ງ​ແວດ​ລ້ອມ, ການ​ແບ່ງເຂດ​ແຄວ້​ນ, ອົງ​ປະກອບ​ມົນ​ລະປູກ, ສັດລ້ຽງ, ການ​ກຳນົດ​ອົງການ​ຜະລິດ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ແກ່​ກະສິກຳ​ຊົນນະບົດ​​ເຂດຕາ​ເວັນ​ຕົກ​ສຽງ​ເໜືອ, ຊອກ​ຮູ້​ຄວາມ​ຕ້ອງການ​ໃນ​ການ​ນຳ​ໃຊ້​​​ຄວາມ​ກ້າວໜ້າ​ດ້ານ​ເຕັກນິກເຕັກ​ໂນ​ໂລ​ຊີ ​ແລະ ຈັດ​ຕັ້ງ​ການ​ຄຸນ​ຄອງ​ການ​ຜະລິດ​ດຳ​ເນີນ​ທຸ​ລະ​ກິດ, ​ແລກປ່ຽນ​ບົດຮຽນ​ທີ່​ບັນລຸ​ໄດ້​ກ່ຽວ​ກັບ​ການ​ຄົ້ນຄວ້າ, ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ. ບັນດາ​ຄຳ​​​ເຫັນລ້ວນ​ແຕ່​ຖື​ວ່າ ​ເລື່ອງ​ນຳ​ໃຊ້​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ແນ​ໃສ່​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ ສັງຄົມ​ຂອງ​ເຂດຕາ​ເວັນ​ຕົກ​ສຽງ​ເໜືອ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ແມ່ນ​ວຽກ​ງານ​ຮີບ​ດວ່ນ, ຊ່ວຍ​ໃຫ້​ເຂດ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົມຊ້ອນ, ​ທ່າ​ແຮງ​ກ່ຽວ​ກັບ​ທີ່​ດິນ, ກະສິກຳ, ປ່າ​ໄມ້, ຊັບພະຍາກອນ​ແຮ່​ທາດ, ​ເສດຖະກິດ​ດ່ານ​ຊາຍ​ແດນ, ການທ່ອງທ່ຽວ​ຊີວະ​ພາບ, ວັດທະນະທຳ ​​ແລະ ປະຫວັດສາດ.

ຂ່າວ/ບົດ​ອື່ນ