ການສຳມະນາວິທະຍາສາດ ເພີ່ມທະວີການພົວພັນແບບພິເສດ ລະຫວ່າງຫວຽດນາມ - ລາວ

ການສຳມະນາວິທະຍາສາດ ເພີ່ມທະວີການພົວພັນແບບພິເສດ ລະຫວ່າງຫວຽດນາມ - ລາວ - ảnh 1
ການ​ສຳ​ມະ​ນາ​ວິທະຍາສາດຫວຽດນາມ - ລາວ
(ພາບ: vietnamplus.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 24/10, ຢູ່​ວຽງ​ຈັນ, ສະ​ຖາ​ບັນ​ວິທະຍາສາດສັງຄົມ​ຫວຽດນາມ ​ແລະ ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ລາວ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ການ​ສຳ​ມະ​ນາ​ທີ່​ມີ​ຫົວ​ຂໍ້​ວ່າ “ບາງ​ມາດ​ຕະການ​ຕົ້ນ​ຕໍເພື່ອ​ແນ​ໃສ່​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ ​ໄລຍະ 2011 -2020”. ທີ່​ການ​ສຳ​ມະ​ນາ, ການ​ນຳ​ຂອງ​ສອງ​ສະ​ຖາ​ບັນ ​ແລະ ບັນດາ​ນັກວິທະຍາສາດ​ໄດ້​ຢືນຢັນ​ວ່າ ການ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ ພວມ​ພັດທະນາ​ທັງ​ລວງ​ກວ້າງ ​ແລະ ​ລວງ​ເລິກ​, ​ໄດ້​ກາຍ​ເປັນ​ຊັບ​ສົມບັດ​ອັນ​ລ້ຳຄ່າຂອງ​ສອງ​ຊາດ. ​ເພື່ອ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ແບບ​ພິ​ເສດ​ລາວ - ຫວຽດນາມ ​ໃນ​ເງື່ອນ​ໄຂ​ໃໝ່, ບັນດາ​ຜູ້​ແທນ​ໄດ້​ຖື​ວ່າ ສອງ​ປະ​ເທດ​ຕ້ອງ​ຮັກສາ​ການ​ພົບ​ປະ​​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ເປັນ​ປະຈຳ; ​ເພີ່ມ​ທະວີ​ການສຶກສາ​ປະຊາຊົນ, ​ໂດຍ​ສະ​ເພາະ​ແມ່ນ​ລຸ້ນໜຸ່ມ​ຂອງ​ສອງ​ປະ​ເທດຊາບ​ຊຶມ​ແລະ ​ເຂົ້າ​ໃຈ​ສາຍພົວພັນ​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ ຢ່າງເລິກ​ເຊິ່ງກວ່າ​ອີກ; ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ ​ແລະ ວິທະຍາສາດ, ​ເຕັກນິກ​ໄລຍະ 2011 – 2020 ​ເຊິ່ງສອງ​ປະ​ເທດ​ໄດ້​ຮັບ​ການ​ລົງ​ນາມຢ່າງ​ມີ​ປະສິດທິ​ຜົນ; ສອງ​ປະ​ເທດ​ຄວນ​ແລກປ່ຽນ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ບົນ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ, ​ເພື່ອ​ແນ​ໃສ່​ຕ້ານ​ກົນອຸບາຍ​ແບ່ງ​ແຍກ​ຂອງ​ກຳລັງ​ທີ່​​ເປັນ​ປໍ​ລະ​ປັກພາຍ​ນອກ ​ແລະ ພ້ອ​ມກັນ​ປົກ​ປັກຮັກສາ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ໝັ້ນຄົງ​ຂະໜົງ​ແກ່ນ​​ໄປ​ຊົ່ວ​ກາລະ​ນານ.

​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນຫຼວງ​ວຽງ​ຈັນ, ຜູ້ຕາງໜ້າ​ກະຊວງ​ພາຍ​ໃນ​ຫວຽດນາມ ​ແລະ ລາວ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຳ​ເນົາເອກະສານ.

ຂ່າວ/ບົດ​ອື່ນ