ການສຳມະນາສາ ກົນ ”ວັດທະນະທຳ ບູຊາເຈົ້າແມ່ຢູ່ຫວຽດນາມ ແລະ ອາຊີ - ສີສັນ ແລະ ຄຸນຄ່າ”

ການສຳມະນາສາ ກົນ ”ວັດທະນະທຳ ບູຊາເຈົ້າແມ່ຢູ່ຫວຽດນາມ ແລະ ອາຊີ - ສີສັນ ແລະ ຄຸນຄ່າ” - ảnh 1
(ວັດທະນະທຳ​ບູຊາ​​ເຈົ້າແມ່​ຢູ່​ຫວຽດນາມ)

(vovworld) - ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ສາກົນ ”ວັດທະນະທຳ​ບູຊາ​​ເຈົ້າແມ່​ຢູ່​ຫວຽດນາມ ​ແລະ ອາຊີ - ສີສັນ ​ແລະ ຄຸນ​ຄ່າ” ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 29/9 ຢູ່​ແຂວງ​ນາມ​ດິ້ງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ​ເກືອບ 300 ຄົນ. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ຮັບ​ບົດ​ປະກອບ​ຄວາມ​ເຫັນກວ່າ 60 ບົດ, ລວມມີ 15 ຫົວ​ຂໍ້. ບັນດາ​ບົດ​ປະກອບ​ຄວາມ​ເຫັນ​ໄດ້​ສຸມ​ໃສ່​ແນະນຳ​ກົກ​ເຄົ້າ, ປະຫວັດ​ແຫ່ງ​ການສ້າງ​ຕັ້ງ ​ແລະ ພັດທະນາ​, ຄວາມ​ໝາຍ​ຂອງ​ວັດທະນະທຳ​ບູຊາ​​ເຈົ້າແມ່​ຢູ່​ອາຊີ  ​ແລະ ພິ​ເສດ​ແມ່ນ​ຢູ່​ຫວຽດນາມ. ນີ້​ແມ່ນ​ການ​ເຫຼື້ອມ​ໃສ​ແມ່ນໂລກກະທັດ, ຊີວະ​ທັດຂອງ​ຊາວ​ກະ​ສີກ​ອນອາຊີ, ທັງ​ແມ່ນ​ປັດ​ສະ​ຍາ​ກ່ຽວ​ກັບ​ນ້ຳ​ໃຈ​ຮັກ​ຊາດ, ກ່ຽວ​ກັບ​ກຳລັງ​ແຮງ, ສິນ​ທຳ​ຂອງ​ຊາດ​ຕ່າງໆ. ປະ​ເພນີ​ບູຊາ​ເຈົ້າ​ແມ່ນ​ແມ່ນ​ຮູບ​ພາບ​ທີ່​ມີ​ຊີວິດ​ຊີວາ​ກ່ຽວ​ກັບ​ສິລະ​ປະ​ຂັບ​ຮ້ອງ​ພື້ນ​ເມືອງ, ສ່ອງ​ແສງ​ໃຫ້​ເຫັນ​ຫຼາຍ​ຄຸນ​ຄ່າ​ວັດທະນະທຳ​ທີ່​ໄດ້​ຮັບ​ການ​ປະດິດ​ສ້າງ, ສະ​ສົມ ​ແລະ ສືບ​ທອດ​ຜ່ານ​ຫຼາຍ​ລຸ້ນຄົນ, ສ້າງ​ເປັນ​ພະລັງ​ຊີວິດ​ອຳ​ມະຕະ​ຂອງ​ບັນດາ​ເຈົ້າ​ແມ່.

ຂ່າວ/ບົດ​ອື່ນ