ການສຳມະນາຫົວເລື່ອງ “ ການຈັດຕັ້ງອຳນາດການ ປົກຄອງທ້ອງຖິ່ນຢູ່ ຫວຽດນາມ”

ການສຳມະນາຫົວເລື່ອງ “ ການຈັດຕັ້ງອຳນາດການ ປົກຄອງທ້ອງຖິ່ນຢູ່ ຫວຽດນາມ” - ảnh 1
ທ່ານ​ດຣ ດິງຊວນ​ຖາວຫົວໜ້າສະ​ຖາ​ບັນ​ຄົ້ນ​ຄ້ວາ​ນິຕິບັນຍັດ​ຂອງ
​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ ປະທານກອງ​ປະຊຸມສຳ​ມະ​ນາ
(ພາບ: internet)


Vovworld- ວັນ​ທີ 10/1, ຢູ່​ນະຄອນ​ເກີນ​ເທີ, ສະ​ຖາ​ບັນ​ຄົ້ນ​ຄ້ວາ​ນິຕິບັນຍັດ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ໄດ້​ສົມທົບ​ກັບ​ອົງ​ການ​ພັດທະນາ​ສາກົນ​ອາ​ເມ​ລິ​ກາ ​ແລະ ​ໂຄງການ ຄົ້ນ​ຄ້ວາ​ນິຕິບັນຍັດຫວຽດນາມ​ຈັດກອງ​ປະຊຸມສຳ​ມະ​ນາ​​ຫົວ​ເລື່ອງ “ ການ​ຈັດ​ຕັ້ງອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ-ບົດຮຽນ​ສາກົນ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ຢູ່​ຫວຽດນາມ” ນີ້​ແມ່ນ ກອງ​ປະຊຸມສຳ​ມະ​ນາ​​ຄັ້ງ​ທຳ​ອິດ​ທີ່​ຖືກ​ຈັດ​ຂຶ້ນ​ຢູ່​ເຂດ​ບັນດາ​ແຂວງ, ນະຄ​ອນ​ພາກ​ໃຕ້ ​ແນ​ໃສ່​ລົງ​ປະຊາ​ມະຕິ​ຢ່າງ​ກ້ວາງ​ຂວາງ​ໃນ​ໝູ່ປະຊາຊົນ, ພະນັກງານ​ກ່ຽວ​ກັບ​ ພາກກຳນົດ​ກ່ຽວ​ກັບ​ ການ​ຈັດ​ຕັ້ງອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນນັບ​ແຕ່​ເວລາ​ສະພາ​ແຫ່ງ​ຊາດ​ອອກ​ມະຕິ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992. ກອງ​ປະຊຸມສຳ​ມະ​ນາ​​​ໄດ້​ສຸມ​ໃສ່​ເຮັດ​ໃຫ້​ຈະ​ແຈ້ງ​ 4 ​ເນື້ອ​ໃນ​ໃຫຍ່​ໃນພາກກຳນົດ​ກ່ຽວ​ກັບອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນຂອງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ໄດ້​ວາງ​ອອກ. ບັນດາ​ຜູ້​ຊ່ຽວຊານ​ສາກົນໄດ້​ແບ່ງ​ບັນ​ບົດຮຽນ​ກ່ຽວ​ກັບ​ການຈັດ​ຕັ້ງ, ການ​ເຄື່ອນ​ໄຫວຂອງອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ໃນ​ໂລກ ​ແລະ ບົດຮຽນ​ໃນການ​ຈັດ​ຕັ້ງຢູ່​ບາງ​ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

 

 

 

ຂ່າວ/ບົດ​ອື່ນ