ການຫັນເປັນດີຈີຕອນແມ່ນປັດໄຈແກ່ນສານເພື່ອຊຸກຍູ້ການເຕີບໂຕ

(VOVWORLD) -ປີ 2021 ກໍ່ແມ່ນປີທຳອິດທີ່ປະຕິບັດຍຸດທະສາດພັດທະນາເສດຖະກິດ-ສັງຄົມ 10 ປີ, ໄລຍະ 2021 – 2030.
ການຫັນເປັນດີຈີຕອນແມ່ນປັດໄຈແກ່ນສານເພື່ອຊຸກຍູ້ການເຕີບໂຕ - ảnh 1(ພາບ: thoibaonganhang.vn)

ປີ 2021, ຫວຽດນາມ ສືບຕໍ່ມີບັນດາຄວາມມານະພະຍາຍາມຮ່ວມແຮງຮ່ວມໃຈໃນການປ້ອງກັນ ແລະ ຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ. ປີ 2021 ກໍ່ແມ່ນປີທຳອິດທີ່ປະຕິບັດຍຸດທະສາດພັດທະນາເສດຖະກິດ-ສັງຄົມ 10 ປີ, ໄລຍະ 2021 – 2030. ເພື່ອມຸ່ງໄປເຖິງບັນດາເປົ້າໝາຍໃຫຍ່ແນໃສ່ປ່ຽນແປງປະເທດຊາດນັ້ນ, ການຫັນເປັນດີຈີຕອນໄດ້ຮັບຖືວ່າແມ່ນປັດໄຈແກ່ນສານເພື່ອຊຸກຍູ້ການເຕີບໂຕ ແລະ ພັດທະນາຢ່າງຮອບດ້ານ. ຕາມທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ຫງວຽນແມ້ງຮຸ່ງ ແລ້ວ, ມີ 4 ບັນຫາຕົ້ນຕໍໃນການຫັນເປັນດີຈີຕອນແມ່ນ: ເປັນເຈົ້າພື້ນຖານໂຄງການດີຈີຕອນ; ເປັນເຈົ້າບັນດາພື້ນຖານດີຈີຕອນ; ເປັນເຈົ້າເຄືອຂ່າຍອີນເຕີເນັດແຫ່ງຊາດ ມຸ່ງໄປເຖິງການພັດທະນາອີນເຕີເນັດແຫ່ງຊາດທີ່ປອດໄພ, ປອດໃສ, ມະນຸດສະທຳ ແລະ ທົ່ວເຖິງ ແລະ ເປັນເຈົ້າເຕັກໂນໂລຊີຜະລິດ “Make in Vietnam”. ຕາມນັ້ນແລ້ວ, ມຸ່ງໄປເຖິງເປົ້າໝາຍສ້າງບັນດາວິສາຫະກິດເຕັກໂນໂລຊີດີຈີຕອນຫວຽດນາມ ໃຫ້ມີຄວາມສາມາດຢ່າງພຽງພໍເພື່ອເຂົ້າຮ່ວມບັນດາລະບົບມູນຄ່າທົ່ວໂລກ. ການຫັນເປັນດີຈີຕອນໄດ້ປະກອບສ່ວນສ້າງສັງຄົມດີຈີຕອນ, ຊຸກຍູ້ຢ່າງແຮງ ແລະ ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ຕິດພັນກັບການປ່ຽນແປງໃໝ່ຂອງຮູບແບບການເຕີບໂຕ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ມີລັກສະນະເປັນເຈົ້າ ແລະ ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ