ການອອກຈາກປະເທດໄປຊອກຫາເສັ້ນທາງກູ້ຊາດຂອງປະທານໂຮ່ຈີມິນ ແມ່ນເປີດສາກໃຫ້ການປົດປ່ອຍຊາດ

(VOVWORLD) -ວັດທະນາການຊອກຫາເສັ້ນທາງກູ້ຊາດຂອງປະທານໂຮ່ຈີມິນ ແມ່ນເປີດສາກໃຫ້ແກ່ການໄປຊອກຫາສັດຈະທຳ.
ການອອກຈາກປະເທດໄປຊອກຫາເສັ້ນທາງກູ້ຊາດຂອງປະທານໂຮ່ຈີມິນ ແມ່ນເປີດສາກໃຫ້ການປົດປ່ອຍຊາດ - ảnh 1ທ່ານ ຫງວຽນອາຍກວັກ ທີ່ກອງປະຊຸມໃຫຍ່ຄັ້ງທີ XVIII ຂອງພັກສັງຄົມຝລັ່ງ (ເດືອນທັນວາປີ 1920)
ພາບເອກະສານ

ກ່ອນນີ້ 110 ປີ (5/6/1911) ດ້ວຍເຈດຈຳນົງ, ຄວາມຄາດຫວັງອັນແຮງກ້ານຢາກປົດປ່ອຍຊາດອອກຈາກແອກຂ້າທາດພາຍໃຕ້ລະບອບລ່າເມືອງຂຶ້ນ, ສັກດີນາ, ຊາວຫນຸ່ມຜູ້ຮັກຊາດ ຫງວຽນເຕີດແທ່ງ (ຜູ້ນຳ ຫງວຽນອາຍກວັກ, ປະທານໂຮ່ຈີມິນ) ໄດ້ອອກຈາກທ່າກຳປັ່ນ ຍ່າຣົ່ງ ເດີນທາງໄປຊອກຫາເສັ້ນທາງກູ້ຊາດ. ວິວັດທະນາການອັນຍິ່ງໃຫຍ່ນັ້ນແມ່ນແກ່ຍາວຕະຫລອດ 30 ປີ, ໄປຜ່ານ 4 ທະວີບ ດ້ວຍເກືອບ 30 ປະເທດ. ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ, ທ່ານ ດ່ວານວັນເບົາ ຫົວຫນ້າກົມທິດສະດີການເມືອງ ສັງກັດ ຄະນະໂຄສະນາສຶກສາສູນກາງ ຖືວ່າ:

“ວິວັດທະນາການຊອກຫາເສັ້ນທາງກູ້ຊາດຂອງປະທານໂຮ່ຈີມິນ ແມ່ນເປີດສາກໃຫ້ແກ່ການໄປຊອກຫາສັດຈະທຳ ແລະມີສັດຈະທຳນັ້ນຈຶ່ງປົດປ່ອຍຊາດໄດ້. ວັນນັ້ນ ກໍ່ແມ່ນວັນເຊິ່ງເພິ່ນ ໄດ້ ຄິດເຖິງແຕ່ດົນນານແລ້ວ ແລະ ໄດ້ມີການຄິດໄລ່ຢ່າງລະອຽດ. ເພິ່ນອອກເດີນທາງເພື່ອໄປຊອກຫາສິ່ງທີ່ດີງາມມາໃຫ້ປະເທດຊາດ”

ຕອບກັບ

ຂ່າວ/ບົດ​ອື່ນ