ການ​ອະພິປາຍ 12 ​ເນື້ອ​ໃນ ​ຂອງ​ຮ່າງ​ລັດຖະທຳ ​ມະນູນ​ປີ 1992 ສະບັບ​ປັບປຸງ

ການ​ອະພິປາຍ 12 ​ເນື້ອ​ໃນ ​ຂອງ​ຮ່າງ​ລັດຖະທຳ ​ມະນູນ​ປີ 1992 ສະບັບ​ປັບປຸງ - ảnh 1

ທ່ານ​ຟານ​ຈຸ​ງລີ, ປະທານ​ກຳມາ​ທິການ​

ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ

(ພາບ: danchimviet.info )

(vovworld)-​​​​ ​ ​ ຕອນ​ເຊົ້າວັນ​ທີ 22/10, ທ່ານ​ຟານ​ຈຸ​ງລີ, ປະທານ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​​ໄດ້​ສະ​ເໜີບົດ​ລາຍ​ງານ​ອະພິ​ປາຍ, ຮັບ​ເອົາ​ຄຳ​ເຫັນ​ຂອງ ສສຊ ​ແລະ ປຊຊ ກ່ຽວ​ກັບຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ນີ້​ແມ່ນ​ການ​​ເລີ່​ມຕົ້ນ​ໃຫ້​ແກ່​ວິວັດ​ການ​ກ້າວ​ເຂົ້າສູ່​ການ​ຮັບຮອງ​ເອົາຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ທີ່​ສະ​ໄໝ​ປະຊຸມ​ຄັ້ງນີ້. ບົດ​ອະພິປາຍ​ໄດ້​ແບ່ງ​ເປັນ 12 ພາກ​ຈຶ່ງໄດ້​ຮັບ​ການ​ປະກອບ​ຄຳ​ເຫັນ​ຂອງ ສສຊ ​ແລະ ປຊຊ ​ເປັນ​ຈຳນວນ​ຫຼາຍ.

  ກ່ຽວ​ກັບ​ຊື່​ປະ​ເທດ, ບົດ​ລາຍ​ງານ​ຢືນຢັນ​ວ່າ​ເລື່ອງ​ຮັກສາ​ຊື່​ປະ​ເທດ ສສ ຫວຽດນາມ ​ແມ່ນ​ຈຳ​ເປັນ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຈຸດໝາຍ, ​ເສັ້ນ​ທາງຊື່​ງພັກ ​ແລະ ປຊຊ ​ໄດ້​ເລືອກ​ຟັ້ນ​ແມ່ນ​ກໍ່ສ້າງ​ລັດທິ​ສັງຄົມ​ນິຍົມ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ. ກ່ຽວ​ກັບລະບອບ​ເສດຖະກິດ, ຄະນະ​ກຳມະການ​ຮຽບຮຽງ​ລັ​ດຖະທຳ​ມະນູນ​ເຫັນ​ດີ​ເປັນ​ເອກະສັນ​ເລືອກ​ເຟັ້ນວິທີ​ການ​ກຳນົດ, ​ເສດຖະກິດ​ຫວຽດນາມ ​ແມ່ນ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຕາມ​ການ​ກຳນົດ​ທິດ​ສັງຄົມ​ນິຍົມ, ມີ​ຫຼາຍ​ພາກສ່ວນ​ເສດຖະກິດ, ​ໃນ​ນັ້ນ, ​ເສດຖະກິດ​ແຫ່ງລັດສວມ​ບົດບາດ​ຕົ້ນຕໍ. ທ່ານ​ຟານ​ຈຸ​ງລີ ກ່າວ​ວ່າ:

  “ຄະນະ​ກຳມະການ​ຮຽບຮຽງ​ລັ​ດຖະທຳ​ມະນູນເຫັນ​ວ່າ: ​ໃນພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຢູ່​ຫວຽດນາມ, ບົດບາດ​ກຳນົດ​ທິດ, ບໍລິຫານພື້ນຖານ​ເສດຖະກິດຂອງ​ລັດ​ແມ່ນ​ສຳຄັນ​ທີ່​ສຸດ. ກຳນົດ​ຄື​ແນວ​ນັ້ນ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ໂຄງ​ລ່າງ​ເສດຖະກິດ​ຂອງ​ລະບອບ​ສັງຄົມ​ນິຍົມ​ຢູ່​ຫວຽດນາມ. ສະນັ້ນ, ລັດຖະທຳ​ມະນູນ​ຕ້ອງ​ກຳນົດ​ບົດບາດ​ຕົ້ນຕໍ​ຂອງ​ເສດຖະກິດ​​ແຫ່ງລັດ​“.

 ​ເພື່ອ​ຫັນ​ບັນດາ​ມະຕິ​ຂຂອງ​ພັກ​ເປັນ​​ລະບຽບກົດໝາຍ ​ແລະ ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່, ຄຳ​ເຫັນ​ຂອງ ປຊຊ, ສສຊ​ ​ແລະ ບັນດາ​ອົງການ​ຈັດຕັ້ງ, ອົງການ​ທີ່​ກ່ຽວຂ້ອງ​​ສ່ວນ​ຫຼາຍ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຕໍ່ຄວາມ​ຈຳ​ເປັນຕ້ອງ​ປ່ຽນ​ໃໝ່​ຮູບ​ແບບ​ການຈັດຕັ້ງອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ. ທ່ານ​ຟານ​ຈຸ​ງລີ ກ່າວ​ວ່າ:

  “ອຳນາດ​ການ​ປົກຄອງ​ທ້ອງຖິ່ນ​ຢູ່​ຫົວໜ່ວຍ​ບໍລິຫານ​ຂອງ​ປະ​ເທດ ສສ ຫວຽດນາມ ​ແມ່ນ​ສອດຄ່ອງ​ກັບ​ຈຸດ​ພິ​ເສດສະ​ເພາະ​ເຂດ​ຊົນນະບົດ, ​ເຂດຕົວ​ເມືອງ, ໝູ່​ເກາະ​ທະ​ເລ, ຫົວໜ່ວຍ​ບໍລິຫານ-​ເສດຖະກິດ​ພິ​ເສດ. ສະພາ ປຊຊ, ຄະນະ​ກຳມະການ ປຊຊ ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ເພື່ອ​ປະຕິບັດ​ບັນດາ​ໜ້າ​ທີ່, ສິດ​ອຳນາດ​ຂອງ​ອຳນາດ​ການ​ປົກ​ຄອງ​ໃນ​ຂ​ອບ​ເຂດ​ໄດ້​ແບ່ງ​ຂັ້ນ, ​ແບ່ງ​ສິດ​ໂດຍ​ກົດໝາຍ​ກຳນົດ“.

  ​  ແລະ​ ກໍ່​ໃນ​ຕອນ​ເຊົ້າຂອງ​ວັນ​ທີ 22/10, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ສະ​ເໜີ​ຮ່າງ​ມະຕິ​ກຳນົດ​ບາ​ງຈຸດກ່ຽວ​ກັບ​ການ​ປະຕິບັດລັດຖະທຳ​ມະນູນ​ປີ 1992 (ສະບັບປັບປຸງປີ 2013) ຈະ​ມີ​ຜົນ​ສັກສິດ​ນັບ​ແຕ່​ທ່ານ​ປະທານ​ປະ​ເທດ​ເຊັນ​ປະກາດ​ໃຊ້./.

ຕອບກັບ

ຂ່າວ/ບົດ​ອື່ນ