ການອະພິປາຍກ່ຽວກັບຄວາມສົງໃສ ລັດເຊຍ ແຊກແຊງເຂົ້າການເລືອກຕັ້ງປະທານາທິບໍດີ 2016

(vovworld) – ວັນ​ທີ 20/3, ທ່ານ James Comey, ຜູ້​ອຳ​ນວຍ​ການ​ກົມ​ສືບ​ສວນສອບ​ສວນ​ສະ​ຫະ​ລັດ ອາ​ເມ​ລິ​ກາ ​ໄດ້ອະ​ພິ​ປາຍ ຕໍ່​ຄະ​ນະ​ກຳ​ມະ​ການ​ສືບ​ລາ​ຊະ​ການ​ລັບ ສະ​ພາ​ຕ່ຳ ອາ​ເມ​ລິ​ກາ ກ່ຽວ​ກັບ​ຄວາມ​ລະ​ແວງ​ສົງ​ໃສ ລັດ​ເຊຍ ແຊກ​ແຊງ​ເຂົ້າ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຢູ່ ອາ​ເມ​ລິ​ກາ. ກ່າ​ວ​ຄຳ​ເຫັນ​ທີ່​ວາ​ລະ​ອະ​ພິ​ປາຍ, ຜູ້​ອຳ​ນວຍ​ການ​ໃຫຍ່ Comey ໄດ້​ຍອມ​ຮັບ​ເປັນ​ຄັ້ງ​ທຳ​ອິດ​ວ່າ FBI ພວມ​ສືບ​ສວນສອບ​ສວນ​ບັນ​ດາ​ຂໍ້​ກ່າວ​ຫາ ກ່ຽວ​ກັບ​ເລື່ອງ ລັດ​ເຊຍ ແຊກ​ແຊງ​ເຂົ້າ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃນ​ທ້າຍ​ປີ 2016, ແລະ ພິ​ເສດ ​ແມ່ນ​ກໍ​ລະ​ນີ ມົດ​ສະ​ກູ ໄດ້​ຮ່ວມ​ມື​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ການ​ຂົນ​ຂວາຍ​ຫາ​ສ​ຽງ​ເລືອກ​ຕັ້ງ​ຂອງ​ທ່ານ Donald Trump. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທ່ານບໍ່​​ໃຫ້​ຮູ້​ການ​ສືບ​ສວນ​​ສອບ​ສວນຈະ​ແກ່​ຍາວ​​ໄປ​ຮອດ​ໃສ, ບັນ​ດາ​ວຽກ​ງານ​ລະ​ອຽດ ກໍ່​ຄື​ບັນ​ດາ​ເປົ້າ​ໝາຍ​ເຊິ່ງ​ອົງ​ການນີ້​ຕິດ​ຕາມ, ຍ້ອນ​ວ່າ​ການ​ສືບ​ສວນ​ສ​ອບ​ສວນຍັງ​​ພວ​ມ​ດຳ​ເນີນ​ແບບ​ປິດ​ລັບ. ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ບາງ​ສະ​ມາ​ຊິກ​ໃນ​ຄະ​ນະ​ລັດ​ຖະ​ບານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ແລະ ວົງ​ການ​ເຈົ້າ​ໜ້າ​ທີ່ ລັດ​ເຊຍ ແມ່ນ​ບັນ​ຫາ​ພວມ​ໄດ້​ກໍ່​ຄວາມ​ຜິດ​ຖຽງ​ກັນ​ບົ​ນ​ເວ​ທີ​ການ​ເມືອງ ອາ​ເມ​ລິ​ກາ. 


ຂ່າວ/ບົດ​ອື່ນ