ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ-ເສົາຄ້ຳໃນການພົວພັນລະຫວ່າງຫວຽດນາມແລະໂຮນລັງ

(VOVWORLD) -ຕອນເຊົ້າວັນທີ 9 ເມສາ ຢູ່ ຮ່າໂນ້ຍ, ອະນຸກຳມະການລະຫວ່າງລັດຖະບານຫວຽດນາມ - ໂຮນລັງ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຄຸ້ມຄອງນ້ຳ ໄດ້ຈັດຕັ້ງວາລະປະຊຸມຄັ້ງທີ 7. 

ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ປະທານ ອະນຸກຳມະການລະຫວ່າງລັດຖະບານຫວຽດນາມ - ໂຮນລັງ ແລະ ທ່ານ Cara van Nieuwenhuizen ລັດຖະມົນຕີກະຊວງ ພື້ນຖານໂຄງລ່າງ ແລະ ການຄຸ້ມຄອງນ້ຳ ໂຮນລັງ ເປັນປະທານຮ່ວມວາລະປະຊມ.

ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ-ເສົາຄ້ຳໃນການພົວພັນລະຫວ່າງຫວຽດນາມແລະໂຮນລັງ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ທີ່ວາລະກອງປະຊຸມ (ພາບ:  VGP)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ປະທານ ອະນຸກຳມະການລະຫວ່າງລັດຖະບານຫວຽດນາມ - ໂຮນລັງຖືວ່າ:  ດ້ວຍບົດຮຽນ ແລະ ທ່າແຮງຂອງຕົນ, ໂຮນລັງ ສາມາດຊ່ວຍຫວຽດນາມ ວາງແຜນກຳນົດສັງລວມຊັບພະຍາກອນນ້ຳ ແລະ ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…. ຕາມທ່ານ ຈີ້ງດີງຢູງແລ້ວ, ວາລະປະຊຸມຄັ້ງທີ 7 ຂອງ ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ໂຮນລັງ ຄັ້ງນີ້ ອີກຄັ້ງຫນຶ່ງຢັ້ງຢືນຄຳໝັ້ນສັນຍາຢ່າງແຮງລະຫວ່າງສອງລັດຖະບານ ສຳລັບຂໍ້ຕົກລົງຄູ່ຮ່ວມມືຍຸດທະສາດ, ປະກອບສ່ວນຍົກການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ ແລະ ໂຮນລັງຂຶ້ນສູ່ລະດັບສູງໃຫມ່.

“ລັດຖະບານຫວຽດນາມ ຈະຊີ້ນຳບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນສຸມໃສ່ຜັນຂະຫຍາຍບັນດາໂຄງການຊື່ງສອງຝ່າຍໄດ້ເປັນເອກະພາບກັນຮ່ວມມື. ພ້ອມທັງສອງຝ່າຍຈະເພີ່ມທະວີການແລກປ່ຽນ, ຊຸກຍູ້ບັນດາເນື້ອໃນຮ່ວມມືໃຫມ່ ບົນພື້ນຖານຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບຂອງຫວຽດນາມ ແລະ ທ່າແຮງຂອງ ໂຮນລັງ.”

ຕອບກັບ

ຂ່າວ/ບົດ​ອື່ນ