ການ​ຮ່ວມ​ມື ຫວຽດ​ນາມ - UAE ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ລະ​ບົບ​ຊີ​ວະ​ພາບ, ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ

(VOVWORLD) -ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໊ຢຸງ ຫາກໍນຳໜ້າຄະນະປະຕິບັດງານ ຫວຽດນາມ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສະຫະລັດ ອາຣັບ ເອມມີເລດ (UAE), ເຮັດວຽກກັບຫົວໜ້າຄະນະຮັບຜິດຊອບການບໍລິການຕ່າງໆຂອງລັດຖະບານ, ຫ້ອງວ່າການນາຍົກລັດຖະມົນຕີ UAE ເພື່ອປຶກສາຫາລື, ຕົກລົງເປັນເອກະພາບກ່ຽວກັບບັນດາເນື້ອໃນການຮ່ວມມືໃນການປ່ຽນແປງໃໝ່ປະດິດຄິດສ້າງ.
ການ​ຮ່ວມ​ມື ຫວຽດ​ນາມ - UAE ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ລະ​ບົບ​ຊີ​ວະ​ພາບ, ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ - ảnh 1ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໊ຢຸງ  ແລະ ຄະນະ ຢ້ຽມຢາມ HUB71 - ສູນບຳລຸງການເລີ່ມຕົ້ນທຸລະກິດແຫ່ງຊາດ ຂອງ Abu Dhabi (ພາບ: VOV5)

ເດືອນ ຕຸລາ 2021 ຜ່ານມາ, ຫວຽດນາມ ແລະ UAE ໄດ້ເຫັນດີເປັນເອກະພາບສຸມໃສ່ຮ່ວມມືໃນ 5 ຂົງເຂດບຸລິມະສິດ ລວມມີ ຕົວເມືອງອັດສະລິຍະ, ການຜະລິດອັດສະລິຍະ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ການຫັນເປັນດີຈີຕອນ, ເຕັກໂນໂລຢີໃນຂົງເຂດກະສິກຳ ແລະ ສິ່ງແວດລ້ອມ. ສອງຝ່າຍກໍໄດ້ແລກປ່ຽນກ່ຽວກັບການລົງນາມໃນເອກະສານຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ (NIC) ກັບສູນປ່ຽນແປງໃໝ່ປະດິດຄິດສ້າງຂອງ UAE. ໃນການເຮັດວຽກຄັ້ງນີ້, ທ່ານລັດຖະມົນຕີ ຫງວຽນຈີ໊ຢຸງ ໄດ້ສະເໜີໃຫ້ຝ່າຍ UAE ໜູນຊ່ວຍເຊື່ອມຕໍ່ບັນດາລະບົບຊີວະພາບ, ຮາກຖານຄົ້ນຄວ້າບຳລຸງສ້າງກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ, ກອງທຶນລົງທຶນທີ່ມີຄວາມສ່ຽງ ແລະ ວິສາຫະກິດເຕັກໂນໂລຢີ ຂອງ UAE ເພື່ອຮ່ວມມືກັນແບ່ງປັນບົດຮຽນປະສົບການກັບ ຫວຽດນາມ. ພ້ອມດຽວກັນນັ້ນ, ສະເໜີ UAE ກໍໃຫ້ການຊ່ວຍເຫຼືອໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ ຫວຽດນາມ, ຜັນຂະຫຍາຍບັນດາໂຄງການທຶນການສຶກສາຂອງ UAE ໃຫ້ແກ່ ຫວຽດນາມ ກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ.

ໃນຂອບເຂດລາຍການປະຕິບັດງານ, ຄະນະຜູ້ແທນ ຫວຽດນາມ ກໍໃຫ້ການຕ້ອນຮັບ ແລະ ຢ້ຽມຢາມກຸ່ມບໍລິສັດໃຫຍ່ຂອງ UAE ຄື Emirates, Nanorack, Binance, Aquarius Global, ກອງທຶນ Cypher Capital, ສູນບຳລຸງການເລີ່ມຕົ້ນທຸລະກິດແຫ່ງຊາດ, Abu Dhadi… ໃນການຕ້ອນຮັບຄັ້ງຕ່າງໆນັ້ນ, ທ່ານລັດຖະມົນຕີ ຫງວຽນຈີ໊ຢຸງ ໄດ້ສະເໜີໃຫ້ບັນດາກຸ່ມບໍລິສັດ, ກອງທຶນຕ່າງໆ ຈົ່ງອີງໃສ່ຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງຕົນ ຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດຄື ພັດທະນາພະລັງງານຜະລິດຄືນໃໝ່, ການໝູນໃຊ້ເຕັກໂນໂລຢີເຂົ້າໃນຂົງເຂດກະສິກຳ, ພິເສດ ແມ່ນໃນການພັດທະນາລະບົບຊີວະພາບປ່ຽນແປງໃໝ່ປະດິດຄິດສ້າງຢູ່ ຫວຽດນາມ.

Anh Huyen

ຕອບກັບ

ຂ່າວ/ບົດ​ອື່ນ