ການຮ່ວມມື ແມ່ນ້ຳຂອງ-ສ.ເກົາຫຼີ: ໃຫ້ບຸລິມະສິດຊ່ວຍໜູນບັນດາປະເທດສະມາຊິກຜ່ານຜ່າໄລຍະຫຍຸ້ງຍາກ

(VOVWORLD) -ຕອນເຊົ້າວັນທີ 8 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊີນ  ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ລັດຖະບົນຕີການຮ່ວມມື ແມ່ນ້ຳຂອງ-ສ.ເກົາຫຼີ ຄັ້ງທີ 11
ການຮ່ວມມື ແມ່ນ້ຳຂອງ-ສ.ເກົາຫຼີ: ໃຫ້ບຸລິມະສິດຊ່ວຍໜູນບັນດາປະເທດສະມາຊິກຜ່ານຜ່າໄລຍະຫຍຸ້ງຍາກ - ảnh 1ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊີນ

   ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊີນ ໄດ້ຍົກໃຫ້ເຫັນ ບັນດາການກຳນົດທິດຮ່ວມມືລະຫວ່າງ 2 ຝ່າຍ, ໃນນັ້ນ ໄດ້ເນັ້ນໜັກເຖິງ ບຸລິມະສິດຕົ້ນຕໍໃນການຮ່ວມມືແມ່ນ້ຳຂອງ-ສເກົາຫຼີໃນໄລຍະທີ່ຈະມາເຖິງ ແມ່ນຊ່ວຍໜູນ ບັນດາປະເທດສະມາຊິກຜ່ານຜ່າໄລຍະຫຍຸ້ງຍາກ ໃນປະຈຸບັນ. ຕາມນັ້ນແລ້ວ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊີນ ໄດ້ນຳສະເໜີເນື້ອໃນຕົ້ນຕໍ 4 ປະການລວມມີ: ການຄວບຄຸມໂລກລະບາດໂດຍຜ່ານການຮັບປະກັນໃຫ້ບັນດາປະເທດໄດ້ສຳຜັດກັບວັກຊິນຢ່າງທັນການ, ຄົບຖ້ວນ ແລະ ຍຸຕິທຳ; ແບ່ງປັນບົດຮຽນ ແລະ ມອບໂອນເຕັກໂນໂລຢີຊ່ວຍຫນູນບັນດາປະເທດແມ່ນ້ຳຂອງຜະລິດວັກຊິນຢູ່ພາຍໃນປະເທດ; ຮ່ວມມືຫັນປ່ຽນສູ່ດີຈີຕອນ ແລະ ສ້າງເສດຖະກິດດີຈີຕອນ, ພິເສດແມ່ນການຈັດຕັ້ງເວທີປາໄສດີຈິຕອນ ແລະ ຂຽວແມ່ນ້ຳຂອງ-ສ.ເກົາຫຼີ”, ສ້າງປະຕູຖານຂໍ້ມູນ SMEs ແມ່ນ້ຳຂອງ-ສ.ເກົາຫຼີ….

    ສິ້ນສຸດກອງປະຊຸມ, ບັນດາລັດຖະມົນຕີໄດ້ຮັບຮອງເອົາຖະແຫຼງການປະທານຮ່ວມ ແລະ ເຫັນສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດກອງປະຊຸມແມ່ນ້ຳຂອງ-ສ.ເກົາຫຼີ ຄັ້ງທີ 3 ໃນເດືອນຕຸລາ ປີ 2021 ຢ່າງສຳເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ