ການ​ຮ່ວມ​ມື​ກັບ ສ​ປ​ຊ ມີ​ທີ່​ຕັ້ງ​ສຳ​ຄັນ​ໃນ​ແນວ​ທາງ ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ

(VOVWORLD) - ທ່ານນາງຮອງເລຂາທິການໃຫ່ຍ ສປຊ Armida Salsiah Alisjahbana ໄດ້ຕີລາຄາສູງບັນດາການເຄື່ອນໄຫວທີ່ຕັ້ງໜ້າ ຂອງຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ.
ການ​ຮ່ວມ​ມື​ກັບ ສ​ປ​ຊ ມີ​ທີ່​ຕັ້ງ​ສຳ​ຄັນ​ໃນ​ແນວ​ທາງ ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ - ảnh 1

 (ພາບ: baoquocte.vn)

   ຕອນເຊົ້າວັນທີ 3 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານນາງ Armida Salsiah Alisjahbana ຮອງເລຂາທິການໃຫ່ຍ ສປຊ ທັງເປັນເລຂາບໍລິຫານຄະນະກຳມະການເສດຖະກິດສັງຄົມ ພາກພື້ນ ອາຊີ-ປາຊີຟິກ ຂອງ ສປຊ (ESCAP), ພວມຢູ່ຢ້ຽມຢາມ ຫວຽດນາມ ແຕ່ວັນທີ 3-6 ກໍລະກົດ.

ນະທີ່ນີ້, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢືນຢັນວ່າ ການຮ່ວມມຶກັບ ສປຊ ຍາມໃດກໍ່ມີທີ່ຕັ້ງສຳຄັນ ໃນແນວທາງ ນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ ຫວຽດນາມ ປາດຖະໜາ ຢາກຮ່ວມມືຢ່າງແໜ້ນແຟ້ນກັບ ສປຊ ເວົ້າລວມ ແລະ ESCAP ເວົ້າສະເພາະ ໃນການຊອກຫາ, ແບ່ງປັນບົດຮຽນ ແລະ ຊຸກຍູ້ການຮ່ວມມື.

ສ່ວນທ່ານນາງຮອງເລຂາທິການໃຫ່ຍ ສປຊ Armida Salsiah Alisjahbana ໄດ້ຕີລາຄາສູງບັນດາການເຄື່ອນໄຫວທີ່ຕັ້ງໜ້າ ຂອງຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ແລະ ຖືວ່າ ທາງຄະນະກຳມະການເສດຖະກິດສັງຄົມ ພາກພື້ນ ອາຊີ-ປາຊີຟິກ ຂອງ ສປຊ ຈະພະຍາຍາມເຊື່ອມຕໍ່ການຮ່ວມມືລະຫວ່າງບັນດາປະເທດ, ພິເສດແມ່ນໃນຂອບເຂດການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ