ການຮ່ວມ​ມື​ການ​ຄ້າ - ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - EU

(VOVWORLD) - ພາຍຫຼັງ 2 ປີປະຕິບັດ, EVFTA - ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EU) ໄດ້ປະກອບສ່ວນນຳການຄ້າສອງສົ້ນ ລະຫວ່າງ ຫວຽດນາມ - EU ເຕີບໂຕຢ່າງຕໍ່ເນື່ອງ, ການລົງທຶນຈາກ EU ເຂົ້າ ຫວຽດນາມ ມີທ່າອ່ຽງເພີ່ມຂຶ້ນ.
ການຮ່ວມ​ມື​ການ​ຄ້າ - ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - EU - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບ ທ່ານ BerndLange, ປະທານກຳມາທິການການຄ້າ ສາກົນ (INTA), ລັດຖະສະພາເອີລົບ (ພາບ: TTXVN)

        ພາຍຫຼັງ 2 ປີປະຕິບັດ, EVFTA - ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EU) ໄດ້ປະກອບສ່ວນນຳການຄ້າສອງສົ້ນ ລະຫວ່າງ ຫວຽດນາມ - EU ເຕີບໂຕຢ່າງຕໍ່ເນື່ອງ, ການລົງທຶນຈາກ EU ເຂົ້າ ຫວຽດນາມ ມີທ່າອ່ຽງເພີ່ມຂຶ້ນ. ການຮ່ວມມືການຄ້າ - ການລົງທຶນ ແມ່ນເສົາຄ້ຳສຳຄັນໃນການພົວພັນ ຫວຽດນາມ - EU. ນີ້ແມ່ນການຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ການຕ້ອນຮັບ ທ່ານ BerndLange, ປະທານກຳມາທິການການຄ້າ ສາກົນ (INTA), ລັດຖະສະພາເອີລົບ ໃນຕອນບ່າຍວັນທີ 9 ກັນຍາ ຢູ່ສຳນັກງານລັດຖະບານ.

        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ EU ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າສົ່ງອອກຂອງ ຫວຽດນາມ ເຂົ້າຕະຫຼາດ EU, ບັນດາປະເທດສະມາຊິກ EU ປະຕິບັດສຳເລັດການໃຫ້ສັດຕະຍາບັນສັນຍາ ອາລັກຂາ ການລົງທຶນ ຫວຽດນາມ - EU ໂດຍໄວ ເພື່ອຊຸກຍູ້ການພົວພັນເສດຖະກິດ ລະຫວ່າງສອງຝ່າຍ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ EU ຈະຍົກເລີກບັດເຫຼືອງ ໂດຍໄວ ແລະ ສືບຕໍ່ໜູນຊ່ວຍດ້ານເຕັກນິກໃຫ້ ຫວຽດນາມ ປະຕິບັດບັນດາວິທີການແກ້ໄຂການຕ້ານການຂຸດຄົ້ນສິນໃນນ້ຳທີ່ຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU).

ສ່ວນທ່ານ BerndLange  ປະທານ INTA ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ EU ໃນພາກພື້ນ ແລະ ລັດຖະສະພາ ເອີລົບ ຍາມໃດກໍ່ສະໜັບສະໜູນການເພີ່ມທະວີການຮ່ວມມືສອງຝ່າຍໃນທຸກຂົງເຂດ, ເປັນຕົ້ນແມ່ນໃນສະພາບການ EU ພວມຜັນຂະຫຍາຍຫຼາຍນະໂຍບາຍມຸ່ງໄປເຖິງພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ, ໃນນັ້ນມີ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ