ການຮ່ວມມືກ່ຽວກັບນ້ຳມັນອາຍແກັດລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ

ການຮ່ວມມືກ່ຽວກັບນ້ຳມັນອາຍແກັດລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ - ảnh 1
ທ່ານ Kudryashov Sergey Ivanovich ແລະ ທ່ານ ຈິ​້ງ​ດີ່ງ​ຢູ້ງ 

(vovworld) - ທີ່​ການ​ຕ້ອນ​ຮັບ​ທ່ານ Kudryashov Sergey Ivanovich, ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຫຸ້ນ​ສ່ວນ  Zarubezneft, ວັນ​ທີ 16/3, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຈິ​້ງ​ດີ່ງ​ຢູ້ງ ຢັ້ງ​ຢືນ​ວ່າ: ຂົງ​ເຂດ​ສຳຫຼ​ວດ, ຂຸດ​ຄົ້ນ​ນ້ຳ​ມັນ​ອາຍ​ແ​ກັດ​ແມ່ນ​ທ່າ​ແຮງ​ໃນຫຼາຍ​ຂົງ​ເຂດ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ. ໄລ​ຍະ​​ຜ່ານມາ, ຍາມ​ໃດ 2 ລັດ​ຖະ​ບານ​ກໍ່​ສ້າງ​ທຸກໆ​ເງື່ອນ​ໄຂ​ເພື່ອ​ການຮ່ວມ​ມື​ລະ​ຫວ່າງ​ບໍ​ລິ​ສັດ​ຫຸ້ນ​ສ່ວນ Zarubezneft ແລະ ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແ​ກັດ ຫວຽດ​ນາມ ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ​້ງ​ດີ່ງ​ຢູ້ງ ຖື​ວ່າ: 2 ປະ​ເທດ​ຕ້ອງ​ສືບ​ຕໍ່​ຍູ້​ແຮງກ​ານ​ພົວ​ພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ, ພິ​ເສດ​ແມ່ນ​ຂົງ​ເຂດ​ສຳຫຼວດ, ຂຸດ​ຄົ້ນ​ນ້ຳ​ມັນ​ອາຍ​ແກັດ, ​ປາດ​ຖະ​ໜາ​ຢາກ​ໃຫ້​​ບໍ​ລິ​ສັດ​ຫຸ້ນ​ສ່ວນ  Zarubezneft ສືບ​ຕໍ່​ເປີດ​ກ້​ວາງ​ການ​ສຳຫຼວດ, ຊອກ​ຫາ​ປະ​ລິ​ມານ, ເປີດ​ກ້​ວາງ​ການ​ຂຸດ​ຄົ້ນ​ນ້ຳ​ມັນ​ອາຍ​ແກັດ​ຢູ່​ເຂດ​ໄລ່​ທະ​ວີບ​ຂອງ​ຫວຽດ​ນາມ.


ຂ່າວ/ບົດ​ອື່ນ