ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະ​ຫວ່າງ ໄຮ່​ໜານ (ຈີນ) ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ບັນ​ລຸ​ລະ​ດັບ​ສະ​ຖິ​ຕິ

(VOVWORLD) - ໃນ 6 ເດືອນຕົ້ນປີນີ້, ວົງເງິນການຄ້າສົ່ງອອກນຳເຂົ້າ ການຄ້າສິນຄ້າລະຫວ່າງ ໄຮ່ໜານ ແລະ ບັນດາປະເທດ ອາຊຽນ ບັນລຸເກືອບ 24.7 ຕື້ຢວນ ( ສະກຸນເງິນຈີນ).

   ວັນທີ 15 ກໍລະກົດ, ອົງການພາສີນະຄອນ ໄຮ່ເຂົາ ເມືອງເອກຂອງແຂວງ ໄຮ່ໜານ ໄດ້ປະກາດຂໍ້ມູນທີ່ວ່າ: ການຮ່ວມມືດ້ານການຄ້າລະຫວ່າງ ໄຮ່ໜານ (ຈີນ) ກັບບັນດາປະເທດ ອາຊຽນ ບັນລຸລະດັບສະຖິຕິ ຊື່ງສະແດງໃຫ້ເຫັນວ່າ: ໃນ 6 ເດືອນຕົ້ນປີນີ້, ວົງເງິນການຄ້າສົ່ງອອກນຳເຂົ້າ ການຄ້າສິນຄ້າລະຫວ່າງ ໄຮ່ໜານ ແລະ ບັນດາປະເທດ ອາຊຽນ ບັນລຸເກືອບ 24.7 ຕື້ຢວນ ( ສະກຸນເງິນຈີນ), ເພີ່ມຂຶ້ນກ່ວາ 49%, ຊື່ງແມ່ນຂອບຂະໜາດສູງໃໝ່ ໃນໄລຍະດຽວກັນໃນປະຫວັດສາດ. ໃນຈຳນວນບັນດາປະເທດ ອາຊຽນ, ອິນໂດເນເຊຍ, ຫວຽດນາມ ແລະ ມາເລເຊຍ ແມ່ນ 3 ຄູ່ຮ່ວມມືທີ່ມີຂອບຂະໜາດການຄ້າສິນຄ້າຫຼາຍກ່ວາໝູ່.

  ຄຽງຄູ່ກັນນັ້ນ, ວົງເງິນສົ່ງອອກນຳເຂົ້າລະຫວ່າງ ໄຮ່ໜານ ແລະ ບັນດາປະເທດລຽບຕາມ “ແລວ ແລະ ເສັ້ນທາງ” ກໍ່ເພີ່ມຂຶ້ນ 40%, ສ່ວນການຮ່ວມມືລະຫວ່າງໄຮ່ໜານ ກັບບັນດາສະມາຊິກອື່ນ ໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ  (RCEP) ໄດ້ເມຂຶ້ນເກືອບ 30% ເມື່ອທຽບກັບໄລຍະດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ