ການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງ ຫວຽດນາມ-ກຳປູເຈຍ-ລາວ ແລະ ມ້ຽນມາ

ການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງ ຫວຽດນາມ-ກຳປູເຈຍ-ລາວ ແລະ ມ້ຽນມາ - ảnh 1

ສະພາບ​ກອງ​ປະຊຸມ

(ພາບ:vtr.org.vn)

(vovworld)- ​ວັນ​ທີ 14/9, ກອງ​ປະຊຸມ​ລັດຖະມົນຕີ​ທ່ອງ​ທ່ຽວ 4 ປະ​ເທດຫວຽດນາມ-​ກຳປູ​ເຈຍ-​ລາວ ​ແລະ ມ້ຽນ​ມາ (CLMV) ​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນ​ໂຮ່ຈິ​ມິນ ​ເປັນຄັ້ງທຳ​ອິດ. ທ່ານ Hoang Tuan Anh ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງ​ທ່ຽວຫວຽດນາມ ​ເປັນ​ປະທານ​ກອງ​ປະຊຸມ. ທີ່​ກອງ​ປະຊຸມ, ບັນດາ​ທ່ານລັດຖະມົນຕີ​​ໄດ້​ຮັບ​ຮູ້​ການ​ເຕີບ​ໂຕ​ໜ້າ​ປະ​ທັບ​ໃຈ​ຂອງ​ຈຳນວນ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ມາ 4 ປະ​ເທດ  CLMV ​ໃນ​ໄລຍະ​ທີ່​ຜ່ານ​ມາ, ສະ​ເພາະ​ແຕ່​ປີ 2011 ​ໄດ້ຕ້ອນຮັບ​ແຂ​ກຕ່າງປະ​ເທດ​ກ່ວາ 12,3 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 14,5% ​ເມື່ອ​ທຽບ ກັບປີ​ກາຍ. ​ບັນດາທ່ານລັດຖະມົນຕີ​​​ໄດ້​ສຳ​ຫຼວດກວດຄືນ​ການ​ປະຕິບັດ​ເນື້ອ​ໃນ​ຖະ​ແຫຼ​ງການ​ຮ່ວມ​ລັດຖະມົນຕີ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ CLMV ​ໃນ​ປີ 2010 ​ແລະ ຮັບ​ຮູ້​ໝາກຜົນ​ການ​ຮ່ວມ​ມື ຊື່​ງບັນດາ​ປະ​ເທດ​ໄດ້ ​ແລະ ພວມ​ສົມທົບ​ກັນ​ຜັນ​ຂະຫຍາຍ​ຄື: ການ​ເຄື​່ອນ​ໄຫວ​, ສົ່ງ​ເສີມໂຄສະນາ​ພາ​ບພົດ “4 ປະ​ເທດ-​ຈຸດ​ນັດ​ພົບ​ໜຶ່ງດຽວ“; ການ​ຮ່ວມ​ມື​ລະຫວ່າງ​ອົງການ​ຄຸ້ມ​ຄອງ​ລັດ ​ແລະ ກຸ່ມ​ວິ​ສາ​ຫະກິດ, ​ເວທີ​ປາ​ໄສ​ການ​ລົງທຶນ​ດ້ານ​ການທ່ອງທ່ຽວ…

  ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ Hoang Tuan Anh ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງ​ທ່ຽວຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ເຊື່ອໝັ້ນວ່າ ກອງ​ປະຊຸມ​ໄດ້​ຢັ້ງຢືນ​ຈະ​ແຈ້ງ​ຄຳໝັ້ນສັນຍາ, ຄວາມ​ຕັດສິນ​ໃຈ​ຂອງ 4 ປະ​ເທດ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ການທ່ອງທ່ຽວ​ລະຫວ່າງຫວຽດນາມ-​ກຳປູ​ເຈຍ-​ລາວ ​ແລະ ມ້ຽນ​ມາ ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່ ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ​ທີ່​ມີ​ແລ້ວ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປັບປຸງ​ການ​ຮ່ວມ​ມື​ພັດທະນາ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມວັດທະນະ​ຖາວອນ​ລວມຂອງພາກ​ພື້ນ.

 

 

ຂ່າວ/ບົດ​ອື່ນ